• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍອດຈຳນວນຜູ້ຕິດເຊື້ຶ້ອໂຄວິດ-19 ໃນທົ່ວໂລກໄດ້ລື່ນກາຍ 1,5 ລ້ານຄົນ

ຕາມຕົວເລກສະຖິຕິຂອງເວັບໄຊ Worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 09 ເມສາ, ຕາມເວລາ ຫວຽດນາມ, ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກ ໄດ້ຂຶ້ນເຖິງ 1.507.800 ຄົນ, ເພີ່ມຂຶ້ນ 76.865 ຄົນເມື່ອທຽບໃສ່ກັບວັນທີ 08 ເມສາ.

 ຍອດຈຳນວນຜູ້ຕິດເຊື້ຶ້ອໂຄວິດ-19 ໃນທົ່ວໂລກໄດ້ລື່ນກາຍ 1,5 ລ້ານຄົນ (ພາບ: Reuters)

ໃນຂະນະນັ້ນ, ຈຳນວນຜູ້ເສຍຊີວິດຍ້ອນໂຄວິດ-19 ແມ່ນ 88.165 ຄົນ, ເພີ່ມຂຶ້ນ 6.129 ຄົນເມື່ອທຽບໃສ່ວັນທີ 08 ເມສາ. ໃນນັ້ນ ປະເທດອາເມລິກາ ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກວ່າໝູ່ ແມ່ນ 426.300 ຄົນ, ເພີ່ມຂຶ້ນ 25.965 ຄົນ ເມື່ອທຽບໃສ່ວັນທີ 08 ເມສາ, ຈຳນວນຜູ້ເສຍຊີວິດໃນວັນທີ 08 ເມສາ ແມ່ນ 1.781 ຄົນ ແລະ ຈຳນວນຜູ້ພວມໄດ້ຮັບການປິ່ນປົວແມ່ນ 389.445 ຄົນ.

        ຖັດຈາກ ອາເມລິກາ ແມ່ນ ແອັດສະປາຍ, ເຢຍລະມັນ, ຝະລັ່ງ ແລະ ອີຕາລີ. ຈຳນວນຜູ້ເສຍຊີວິດຢູ່ ອີຕາລີ ສືບຕໍ່ສູງກວ່າໝູ່ຢູ່ໃນໂລກແມ່ນ 17.669 ຄົນ. ປັດຈຸບັນ, ໂລກລະບາດໂຄວິດ-19 ໄດ້ສົ່ງຜົນສະທ້ອນຕໍ່ 209 ປະເທດ ແລະ ເຂດແຄ້ວນໃນໂລກ.

 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top