• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ​້​ວຽກ​ງານ​ສັງ​ຄົມ ມຸ່ງ​ໄປ​ເຖິ​ງ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ສະ​ໜິດ​ຕິ​ດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື

ຖະແຫຼງການ ຮ່າໂນ້ຍ ກ່ຽວກັບການ “ຊຸກຍູ້ວຽກງານສັງຄົມ ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ທີ່ໄດ້ຮັບການຮັບຮອງເອົາໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 3 ນັ້ນ ໄດ້ຢັ້ງຢືນໃຫ້ເຫັນຄຳໝັ້ນສັນຍາຂອງ ອາຊຽນ ໃນການຊຸກຍູ້ວຽກງານສັງຄົມ ແລະ ເພີ່ມທະວີບົດບາດຂອງວຽກງານສັງຄົມໃນປະຊາຄົມ ອາຊຽນ.
ກອງປະຊຸມຖືກຈັດຂຶ້ນທາງອອນລາຍ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ ເລີ່ມເຄື່ອນໄຫວ ແຜນການປະຕິບັດຖະແຫຼງການ ຮ່າໂນ້ຍ ກ່ຽວກັບການ “ຊຸກຍູ້ວຽກງານສັງຄົມ ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ທີ່ຖືກຈັ້ນຂຶ້ນຜ່ານທາງອອນລາຍ ໃນຕອນບ່າຍວັນທີ 25 ມີນາ, ທ່ານ ເລເຕິ໊ນຢຸງ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: ຖະແຫຼງການ ຮ່າໂນ້ຍ ກ່ຽວກັບການ “ຊຸກຍູ້ວຽກງານສັງຄົມ ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ທີ່ໄດ້ຮັບການຮັບຮອງເອົາໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 3 ນັ້ນ ໄດ້ຢັ້ງຢືນໃຫ້ເຫັນຄຳໝັ້ນສັນຍາຂອງ ອາຊຽນ ໃນການຊຸກຍູ້ວຽກງານສັງຄົມ ແລະ ເພີ່ມທະວີບົດບາດຂອງວຽກງານສັງຄົມໃນປະຊາຄົມ ອາຊຽນ, ປະກອບສ່ວນຍົກສູງກຳລັງຄວາມສາມາດຂອງຖັນແຖວພະນັກງານຮັບຜິດຊອບວຽກງານສັງຄົມ ແລະ ຊ່ວຍໃຫ້ກຸ່ມຄົນທີ່ມີຄວາມສ່ຽງ ເຊື່ອມຕົວເຂົ້າກັບສັງຄົມໄດ້ເປັນຢ່າງດີກວ່າ. ໂດຍສືບຕໍ່ບັນດາບຸລິມະສິດ ທີ່ໄດ້ວາງອອກໃນປີ 2020, ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ສ້າງແຜນການ ແລະ ປະຕິບັດຖະແຫຼງການ ເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງເລື່ອງເອົາ ແຜນການປະຕິບັດຖະແຫຼງການ ຮ່າໂນ້ຍ ປະຕິບັດພ້ອມກັບບັນດາແຜນການກະທຳຂອງບັນດາອົງການວິຊາສະເພາະທີ່ກ່ຽວຂ້ອງເຖິງບັນຫາສະຫວັດດີການສັງຄົມ ແລະ ການພັດທະນາ ເປັນຕົ້ນແມ່ນ: ດ້ານສາທາລະນະສຸກ, ການສຶກສາ ແລະ ແຮງງານ. 
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top