• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ອາເມລິກາ

      ທ່ານ ພົນເອກ ໂງຊວນລິກ ຖືວ່າ ໃນໄລຍະທີ່ຜ່ານມາ, ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອາເມລິກາ ພ້ອມກັບ ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງສອງປະເທດ ນັບມື້ນັບພັດທະນາຢ່າງດີງາມ,

ທ່ານ ພົນເອກ ໂງຊວນລິກ ແລະ ທ່ານພົນເຮືອເອກ Philip Davidson (ພາບ:ມີງແຄງ/qdnd.vn
            ວັນທີ 16 ເມສາ, ຢູ່ ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນເຮືອເອກ Philip Davidson, ຜູ້ບັນຊາກອງບັນຊາການ ມະຫາສະມຸດອິນເດຍ - ປາຊີຟິກ (ອາເມລິກາ), ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
        ໃນການພົບປະແລກປ່ຽນກັບ ທ່ານ Philip Davidson, ທ່ານ ພົນເອກ ໂງຊວນລິກ ຖືວ່າ ໃນໄລຍະທີ່ຜ່ານມາ, ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອາເມລິກາ ພ້ອມກັບ ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງສອງປະເທດ ນັບມື້ນັບພັດທະນາຢ່າງດີງາມ, ສະແດງໃຫ້ເຫັນຜ່ານບາງຂົງເຂດການຮ່ວມມືຄື ການແລກປ່ຽນຄະນະຜູ້ແທນ, ການບຳລຸງສ້າງ, ການແບ່ງປັນບົດຮຽນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ… ທ່ານພົນເອກ ໂງຊວນລິກ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ກອງທັບ ຫວຽດນາມ ແລະ ກອງທັບ ອາເມລິກາ ຄວນສືບຕໍ່ຍູ້ແຮງການຮ່ວມມືບົນພື້ນຖານຄວາມສະເໝີພາບ, ເຄົາລົບນັບຖືເຊິ່ງກັນແລະກັນ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

Top