• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການສົ່ງອອກບັນດາຜະລິດຕະພັນໄມ້ຖືກຕ້ອງກັບກົດໝາຍຈາກຫວຽດນາມໄປຍັງອີຢູ

      ຕອນບ່າຍວັນທີ 16 ພຶດສະພາ, ຄະນະຜູ້ຕາງຫນ້າສະຫະພາບເອີລົບ (ອີຢູ) ປະຈຳຫວຽດນາມ ໃຫ້ຮູ້ວ່າ: ອີຢູ ແລະ ຫວຽດນາມ ຫາກໍ່ສິ້ນສຸດບັນດາການເຈລະຈາກ່ຽວກັບຄູ່ຮ່ວມມືສະໝັກໃຈ (VPA) ກ່ຽວກັບເພີ່ມທະວີການປະຕິບັດກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງປ່າ ແລະ ຄ້າຂາຍໄມ້.      

ຜະລິດຕະພັນໄມ້ຂອງຫວຽດນາມທີ່ງານວາງສະແດງສາກົນ
      ສັນຍານີ້ ຊ່ວຍປັບປຸງການຄຸ້ມຄອງປ່າ, ແກ້ໄຂສະພາບການຂຸດຄົ້ນໄມ້ຢ່າງຜິດກົດໝາຍ ແລະ ຊຸກຍູ້ການສົ່ງອອກບັນດາຜະລິດຕະພັນໄມ້ຖືກຕ້ອງກັບກົດໝາຍທີ່ໄດ້ຮັບການກວດກາຢັ້ງຢືນ ຈາກຫວຽດນາມ ໄປຍັງ ອີຢູ ແລະ ບັນດາຜະລິດຕະພັນອື່ນ. ເພື່ອປະຕິບັດສັນຍາຄູ່ຮ່ວມມືສະໝັກໃຈ, ຫວຽດນາມ ຈະສ້າງລະບົບຮັບປະກັນລັກສະນະດ້ານນິຕິທຳຂອງໄມ້ ເພື່ອຮັບປະກັນວ່າ ໄມ້ ແລະ ບັນດາຜະລິດຕະພັນໄມ້ສົ່ງອອກ ແມ່ນມາຈາກບັນດາແຫລ່ງຂຸດຄົ້ນຢ່າງຖືກຕ້ອງກັບກົດໝາຍ. ສັນຍາດັ່ງກ່າວ ກໍ່ກຳນົດເລື່ອງສ້າງຕັ້ງບັນດາກົນໄກຮ້ອງທຸກ ແລະ ຕີລາຄາແບບເອກະລາດກໍຄືບັນດາຄຳໝັ້ນສັນຍາກ່ຽວຂ້ອງເຖິງບັນດາຝ່າຍກ່ຽວຂ້ອງໃນການປະຕິບັດ ແລະ ເປີດເຜີຍຂໍ້ມູນຂ່າວສານ. 
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top