• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອີຢູ ໃຫ້ເຂົ້າສູ່ລວງເລິກ

      ຫວຽດນາມ ຍາມໃດກໍ່ຖື EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ພິເສດໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ.

ທ່ານນາງ Federica Mogherini ຮອງປະທານຄະນະກຳມະການເອີລົບ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ
ຫງວຽນທິກິມເງິນ (ພາບ: quochoi.vn)
      ທີ່ການຕ້ອນຮັບທ່ານນາງ Federica Mogherini ຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງຂອງ EU ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ, ທີ່ພວມມີການຢ້ຽມຢາມ ຫວຽດນາມ, ຕອນເຊົ້າວັນທີ 5 ສິງຫາ, ທ່ານທາງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ພິເສດໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ເລື່ອງລົງນາມ, ໃຫ້ສັດຕະຍາບັນເອກະສານນິຕິກຳຫຼາຍສະບັບ ແລະ ບັນດານການຢ້ຽມຢາມຂອງການນຳສອງຝ່າຍໄດ້ດຳເນີນເປັນປະຈຳໃນ 6 ເດືອນຕົ້ນປີນີ້ໄດ້ສະແດງໃຫ້ເຫັນທີ່ຕັ້ງໄດ້ຮັບບຸລິມະສິດຂອງການພົວພັນສອງຝ່າຍໃນນະໂຍບາຍການຕ່າງປະເທດຂອງແຕ່ລະຝ່າຍ, ພ້ອມທັງສ້າງພື້ນຖານທີ່ນັບມື້ນັບເຂັ້ນແຂງ ແລະ ເປີດຫຼາຍກາລະໂອກາດໃນການພົວພັນລະຫວ່າງ ຫວຽດນາມ - EU.
        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແຈ້ງໃຫ້ທ່ານນາງຮອງປະທານ EU ຊາບວ່າ ຫຼັງຈາກທີ່ຮັບຮອງເອົາມະຕິກ່ຽວກັບເລື່ອງເຂົ້າຮ່ວມສົນທິສັນຍາ ສະບັບເລກທີ 98 ຂອງອົງການແຮງງານສາກົນ (ILO) ໃນເດືອນມິຖຸນາທີ່ຜ່ານມາ, ສະພາແຫ່ງຊາດ ຫວຽດນາມໄດ້ສົມທົບກັບ ລັດຖະບານຍູ້ໄວຄວາມຄືນໜ້າຂອງການພິຈາລະນາ, ຮັບຮອງເອົາສົນທິສັນຍາສະບັບເລກທີ 108 ແລະ 87 ຂອງ ILO, ກົດໝາຍວ່າດ້ວຍແຮງງານສະບັບປັບປຸງ. ສິ່ງນີ້ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງ ຫວຽດນາມໃນການປະຕິບັດບັນດາຄຳໝັ້ນສັນຍາກ່ຽວຂ້ອງເຖິງມາດຕະຖານແຮງງານທີ່ໄດ້ຊີ້ແຈ້ງໃນ EVFTA.
        ສ່ວນທານນາງ Federica Mogherini ໃຫ້ຮູ້ວ່າ: ການປະຕິບັດງານຢູ່ ຫວຽດນາມ ຄັ້ງທຳອິດຂອງທ່ານນາງໄດ້ຮັບຄວາມຫວັງວ່າຈະເຮັດໃຫ້ການພົວພັນລະຫວ່າງ EU - ຫວຽດນາມເລິກເຊິ່ງກ່ວາອີກ. ເຫັນດີກັບທັດສະນະຂອງທ່ານນາງ ຫງວຽນທິກິມເງິນ ກ່ຽວກັບການພົວພັນລະຫວ່າງສອງຝ່າຍໃນໄລຍະທີ່ຜ່ານມາ, ທ່ານນາງ Federica Mogherini ໃຫ້ຮູ້ວ່າ ສອງຝ່າຍໄດ້ພັດທະນາການພົວພັນຢ່າງເລິກເຊິ່ງກ້ວາງຂວາງ, ຫຼັກຖານເພື່ອຢັ້ງຢືນສິ່ງນີ້ ກໍ່ແມ່ນ ເລື່ອງ EU – ຫວຽດນາມ ໄດ້ລົງນາມໃນສົນທິສັນຍາຫຼາຍສະບັບ. ພິເສດ, ຫວຽດນາມ ແມ່ນປະເທດສະມາຊິກຂອງອາຊຽນ ທີ່ໄດ້ລົງນາມສົນທິສັນຍາຫຼາຍກວ່າໝູ່ ເມື່ອທຽບໃສ່ກັບບັນດາປະເທດໃນກຸ່ມ.

ການເຈລະຈາລະຫວ່າງສອງຝ່າຍ (ພາບ: baoquocte.vn )
      ໃນການເຈລະຈາໃນວັນດຽວກັນ ລະຫວ່າງ ທ່ານນາງ Federica Mogherini ຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງຂອງ EU ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ແລະ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ, ສອງຝ່າຍໄດ້ຕີລາຄາສູງໝາກຜົນການພົບປະຂັ້ນສູງໃນໄລຍະທີ່ຜ່ານມາ ກໍຄືການຜັນຂະຫຍາຍປະຕິບັດການພົວພັນຮ່ວມມື ຫວຽດນາມ - ອີຢູ ຢ່າງມີປະສິດທິຜົນໃນຫຼາຍຂົງເຂດຄືການເມືອງ, ການປ້ອງກັນຊາດ, ເສດຖະກິດ-ການຄ້າ, ການຮ່ວມມືເພື່ອພັດທະນາ, ພິເສດ ສອງຝ່າຍໄດ້ລົງນາມໃນສັນຍາ EVFTA  ແລະ IPA ໃນທ້າຍເດືອນມິຖຸນາທີ່ຜ່ານມາ.
        ການນໍາທັງສອງທ່່ານໄດ້ເຫັນດີ ສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ເຂົ້າສູ່ລວງເລິກ, ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ທີ່ເທົ່າທຽມກັບທ່າແຮງບົ່ມຊ້ອນ ແລະ ຕອບສະໜອງຜົນປະໂຫຍດຂອງທັງສອງຝ່າຍໃຫ້ດີກວ່າອີກ. ສອງຝ່າຍຍັງແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເພີ່ມທະວີການສົມທົບກັນໃນເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນໃນຂະນະທີ່ຫວຽດນາມ ເປັນປະທານ ອາຊຽນ ໃນປີ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້້ນຄົງ ສປຊ ອາຍຸການ 2020 – 2021.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top