• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຮ່ວມມືດຳເນີນທຸລະກິດ, ການຄ້າຫວຽດນາມ-ອາເມລິກາ

      ຕອນບ່າຍວັນທີ 13 ຕຸລາ, ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການປະຊຸມທາງໄກກັບຄະນະຜູ້ແທນວິສາຫະກິດລະດັບສູງ ສະພາດຳເນີນທຸລະກິດອາເມລິກາ-ອາຊຽນ (USABC).
ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ກ່າວຄຳເຫັນທີ່ການປະຊຸມ
          ທີ່ການປະຊຸມ, ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເນັ້ນໜັກວ່າ ອາເມລິກາໃນປະຈຸບັນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າແຖວໜ້າ, ພ້ອມທັງແມ່ນໜຶ່ງໃນບັນດາຕະຫຼາດສົ່ງອອກແຖວໜ້າໃນໂລກຂອງຫວຽດນາມ. ທ່ານພົນເອກໂຕເລີມ ສະແດງຄວາມຫວັງວ່າ ໃນໄລຍະທີ່ຈະມາເຖິງ, ປະຊາຄົມວິສາຫະກິດອາເມລິກາ ຈະຮ່ວມເດີນທາງພ້ອມກັບຫວຽດນາມດ້ວຍເນື້ອໃນຈິດໃຈ “ຄວາມກົມກຽວທາງດ້ານຜົນປະໂຫຍດ” ຍາດແຍ່ງເອົາໂອກາດ, ຊອກຫາທິດກ້າວເດີນໃໝ່ທີ່ແທດເໝາະເພື່ອແນໃສ່ຮັກສາ ແລະ ພັດທະນາການດຳເນີນທຸລະກິດໃນສະພາບການໃໝ່.
      ສ່ວນທ່ານ Michael Michalak ຮອງປະທານອາວຸໂສ ທັງເປັນຜູ້ອຳນວຍການບໍລິຫານພາກພື້ນຂອງ USABC ໄດ້ຕີລາຄາສູງບາດກ້າວຂະຫຍາຍຕົວຂອງການພົວພັນຮ່ວມມືລະຫວ່າງອາເມລິກາ-ຫວຽດນາມໃນໄລຍະຜ່ານມາ ແລະ ສະແດງຄວາມຫວັງວ່າ ໄລຍະຕໍ່ໄປ, ລັດຖະບານຫວຽດນາມເວົ້າລວມ ກໍຄືກະຊວງຕຳຫຼວດຫວຽດນາມເວົ້າສະເພາະ ສືບຕໍ່ເອົາໃຈໃສ່ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດອາເມລິກາ ເຂົ້າມາລົງທຶນເປັນປົກກະຕິຍາວນານຢູ່ຫວຽດນາມ. ທີ່ການປະຊຸມ, 2 ຝ່າຍໄດ້ແລກປ່ຽນບາງບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື ກົດໝາຍວ່າດ້ວຍຄວາມປອດໄພທາງອິເຕີເນັດ, ດຳລັດວ່າດ້ວຍການຮັກສາຂໍ້ມູນສ່ວນຕົວ, ບັນຫາຊັບສິນທາງປັນຍາ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top