• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ແລະ ລັດເຊຍ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

      ວັນທີ 15 ມິຖຸນາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການໂອ້ລົມທາງໂທລະສັບ ເພື່ອແລກປ່ຽນກ່ຽວກັບບັນດາການພົວພັນ 2 ຝ່າຍ.

ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: THX/TTXVN) 
      ໃນການໂອ້ລົມທາງໂທລະສັບ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃຫ້ຂໍ້ສັງເກດວ່າ ການພົວພັນສະໜິດແໜ້ນ ແລະ ທັນການລະຫວ່າງ ຈີນ ແລະ ລັດເຊຍ ກໍ່ຄືການສະໜັບສະໜູນເຊິ່ງກັນ ແລະ ກັນຂອງ 2 ປະເທດ ໄດ້ປະກອບສ່ວນປົກປັກຮັກສາອຳນາດອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດການພັດທະນາຂອງ ຈີນ ແລະ ລັດເຊຍ. ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃຫ້ຄຳໝັ້ນສັນຍາວ່າ: ພ້ອມແລ້ວທີ່ຈະຮ່ວມກັບທ່ານປະທານາທິບໍດີ Putin ຊັກຈູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຈີນ - ລັດເຊຍ ແນໃສ່ຮັກສາການພັດທະນາຂັ້ນສູງເປັນປົກກະຕິ ແລະ ໝັ້ນຄົງ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top