• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ລື່ນກາຍ ອາເມລິກາ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດ ຂອງ EU

      ຈີນ ໄດ້ລື່ນກາຍ ອາເມລິກາ ກາຍເປັນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ສະຫະພັນ ເອີລົບ (EU) ໃນປີ 2020.
ຈີນ ລື່ນກາຍ ອາເມລິກາ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດ ຂອງ EU (ພາບ: Politico)
      ຕາມບົດລາຍງານທີ່ໄດ້ປະກາດໃນວັນທີ 15 ກຸມພາ, ອົງການສະຖິຕິເອີລົບ (Eurostat) ໃຫ້ຮູ້ວ່າ, ໃນປີຜ່ານມາ, ມູນຄ່າການຄ້າລະຫວ່າງ EU ແລະ ຈີນ ບັນລຸໄດ້ 586 ຕື້ ເອີໂຣ ( 711 ຕື້ USD), ໃນຂະນະນັ້ນ ຕົວເລກດັ່ງກ່າວກັບ ອາເມລິກາ ແມ່ນ 555 ຕື້ ເອີໂຣ (673 ຕື້ USD). ການສົ່ງອອກຂອງ EU ໄປຍັງ ຈີນໄດ້ເພີ່ມຂຶ້ນ 2,2% ຂຶ້ນເຖິງ 202,5 ຕື້ ເອີໂຣ, ໃນຂະນະນັ້ນການນຳເຂົ້າຈາກ ຈີນ ເພີ່ມຂຶ້ນ 5,6% ຂຶ້ນເຖິງ 383,5 ຕື້ ເອີໂຣ. ໃນຂະນະນັ້ນ, ການສົ່ງອອກຂອງ EU ໄປຍັງອາເມລິກາ ຫຼຸດລົງ 13,2% ແລະ ການນຳເຂົ້າຈາກ ອາເມລິກາ ກໍ່ຫຼຸດລົງ 8,2%.
            ພື້ນຖານເສດຖະກິດ ຈີນ ຖືກຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ໃນໄຕມາດທີ 1 ປີ 2020 ແຕ່ໄດ້ຟື້ນຟູຢ່າງແຮງໃນທ້າຍປີຜ່ານມາ, ໝາກຜົນນີ້ ໄດ້ຊ່ວຍໃຫ້ຊຸກຍູ້ຕົວເລກທຸລະກິດຂອງບັນດາຜະລິດຕະພັນນຳເຂົ້າຈາກ ເອີລົບ ຢູ່ຈີນ. ໃນຂະນະນັ້ນ, EU ແລະ ຈີນ ກໍ່ພວມມຸ່ງໄປເຖິງຂໍ້ຕົກລົງການລົງທຶນເຊິ່ງ ອະນຸຍາດໃຫ້ບັນດາບໍລິສັດເອີລົບສຳຜັດກັບຕະຫຼາດຈີນຢ່າງງ່າຍດາຍກ່ວາ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top