• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດວັນບຸນວິສາຂະບູຊາ ພສ 2565-ຄສ 2021 ທາງອອນລາຍ

      ຕອນເຊົ້າວັນທີ 26 ພືດສະພາ, ສະມາຄົມພຸດທະສາສະໜາຫວຽດນາມໄດ້ຈັດວັນບຸນວິສາຂະບູຊາ ພສ 2565-ຄສ 2021 ດ້ວຍຂອບຂະໜາດຖືກຈຳກັດ, ແຕ່ກໍຍັງຄົງຮັບປະກັນຄວາມສົມກຽດ, ມີຄົບທຸກພິທີກຳທາງສາສະໜາ
 
ວັນບຸນວິສາຂະບູຊາ ພສ 2565 ດ້ວຍຂອບຂະໜາດຖືກຈຳກັດ
           ສານຂອງສາດສະດາ, ພະອາຈານມະຫາ ມິກໂຝເຕວະ ຖືກກ່າວທີ່ວັນບຸນໄດ້ຮຽກຮ້ອງໃຫ້ທຸກໆຄົນຈົ່ງເຫັນດີເຫັນພ້ອມ, ສາມັກຄີກັນ, ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ທົ່ວສັງຄົມຜ່ານຜ່າໂລກລະບາດ, ສ້າງຊີວິດເປັນປົກກະຕິ ແລະ ພັດທະນາປະເທດຊາດ.
      ສ່ວນພະອາຈານໃຫຍ່ ທິກດຶກຖ້ຽນ ກ່າວວ່າ :
       “ສະມາຄົມພຸດທະສາສະໜາຫວຽດນາມ ເປັນເຈົ້າການຍົກອອກ ໂປກແຣມ ສົງພະທາງອອນລາຍຜ່ານສື່ສັງຄົມ ພຸດທະສາສະໜາ ບູຕາ. ພວກເຮົາທັງປະຕິບັດຄວາມເຄົາລົບນັບຖືຂອງຕົນຕໍ່ພະພຸດທະເຈົ້າໃນວິສາຂະບູຊາຂອງພະອົງ, ພ້ອມກັນນັ້ນ ກໍແຜ່ບໍລິຈາກເງິນໃຫ້ແກ່ກອງທຶນປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ-19 ຂອງ ສະມາຄົມພຸດທະສາສະໜາຫວຽດນາມ  ”
     ໃນວັນດຽວກັນ, ວັນບຸນວິສາຂະບູຊາ ພສ 2565-ຄສ 2021 ກໍຖືກຈັດຂຶ້ນທາງອອນລາຍຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ.
 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top