• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດຕັ້ງການດຳ​ເນີນຊີວິດດ້ານສາສະໜາຢ່າງເປັນປົກກະຕິ,ຕ້ອງຮັບປະກັນບັນດາມາດຕະ ການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

ວັນທີ 8 ພຶດສະພາ, ທ່ານ ຫວູຈ໊ຽນທັ໊ງ ຫົວໜ້າຄະນະສາສະໜາລັດຖະບານ ຫວຽດນາມ ໄດ້ສະເໜີໃຫ້ການນຳສະມາຄົມ, ບັນດາອົງການສາສະໜາ ແນະນຳຈັດຕັ້ງການເຄື່ອນໄຫວ, ດຳເນີນ ຊີວິດດ້ານສາສະໜາຢ່າງເປັນປົກກະຕິ ແຕ່ ຕ້ອງຮັບປະກັນບັນດາ ມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. 

ສະມາຄົມພຸດທະສາສະໜາຫວຽດນາມຈັດຕັ້ງວັນບຸນວິສະຂາບູຊາ (ພາບ: ອົງຄະນະພັກນະຄອນໂຮ່ຈີມິນ)

ສະມາຄົມໄດ້ຂົນຂວາຍຜູ້ມີຍົດສັກຕຳແໜ່ງ, ສາສະນິກະຊົນທີ່ເຊື່ອຖືສາສະໜາ ໂດຍເປັນຊາວຕ່າງປະເທດ ຫຼື ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ໂດຍສະເພາະແມ່ນເຂດເກີດໂລກລະບາດໃຫ້ຈຳກັດການເຂົ້າເມືອງ ຫວຽດນາມ,  ທຸກໆກໍລະນີ ເຂົ້າເມືອງຫວຽດນາມລ້ວນແຕ່ຕ້ອງປະຕິບັດການແຍກຕົວລວມໝູ່ໃນຮອບເວລາ 14 ວັນຕາມຂໍ້ກຳນົດ. ທ່ານ ໂງມິງເຈົາ ຮອງປະທານຄະນະກຳມະການນະຄອນ ໂຮຈີມິນໃຫ້ຮູ້ວ່າ:

ນະຄອນໂຮ່ຈີມິນໄດ້ມີເອກະສານຊີ້ນຳບັນດາຮາກຖານສາສະໜາໃຫ້ດຳເນີນພິກຳຕ່າງໆ ຢ່າງເປັນປົກກະຕິ,ບັນດາການປະຊຸມທີ່ເຕົ້າໂຮມກັນຫຼາຍຄົນກໍ່ໃຫ້ດຳເນີນ ຢ່າງ ເປັນປົກກະຕິແຕ່ວ່າ ຕ້ອງປະຕິບັດບັນດາມາດຕະການປ້ອງກັນ,ສະກັດກັ້ນໂລກ ລະບາດໃຫ້ເຂັ້ມງວດ ເປັນຕົ້ນແມ່ນໃສ່ຜ້າ ອັດປາກລ້າງມືຂ້າເຊື້ອ

ບັນດາຮາກຖານກວດ, ປິ່ນປົວພະຍາດຂອງອົງການສະມາຄົມສາສະໜາຄືຫ້ອງປົວພະຍາດດ້ວຍຢາພື້ນເມືອງ,ຫ້ອງກວດພະຍາດເຕ້ວຕິງເດືອງ… ຕ້ອງຕິດຕາມກວດ ສຸຂະພາບ ໃຫ້ແກ່ປະຊາຊົນໃນຊຸມຊົນ, ຮັບໃຊ້, ດູແລ ແລະ ກວດ, ປິ່ນປົວພະຍາດໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ທຸກຍາກ… ໄດ້ເຄື່ອນໄຫວເປັນປົກກະຕິ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top