• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄົນພິການກວ່າ 7.000 ຄົນ ຈະເຂົ້າຮ່ວມງານບຸນຕັ້ງຄ້າຍສໍາລັບຄົນພິການຄັ້ງທີ 20

ຄົນພິການກວ່າ 7.000 ຄົນຢູ່ນະຄອນໂຮ່ຈີມິນ ແລະ 16 ແຂວງ, ນະຄອນຢູ່ທາງພາກໃຕ້ຫວຽດນາມ ຈະເຂົ້າຮ່ວມງານບຸນຕັ້ງຄ້າຍສໍາລັບຄົນພິການຄັ້ງທີ 20 ປີ 2019 ເຊິ່ງຈະດໍາເນີນຢູ່ເຂດທ່ອງທ່ຽວວັດທະນະທໍາ ຊ໊ວຍຕຽນ, ເມືອງ 9, ນະຄອນໂຮ່ຈີມິນ ໃນວັນທີ 30 ພະຈິກ ຈະມາເຖິງ. 

(ພາບປະກອບ: TTXVN) 

ງານບຸນຕັ້ງຄ້າຍ ໂດຍພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມນະຄອນໂຮ່ຈີມິນ ສົມທົບກັບເຂດທ່ອງທ່ຽວວັດທະນະທໍາຊ໊ວຍຕຽນ ຈັດຕັ້ງຂຶ້ນ ເພື່ອສະເຫຼີມສະຫຼອງວັນຄົນພິການສາກົນຄົບຮອບ 37 ປີ ດ້ວຍສານທີ່ວ່າ “ຄວາມສໍາຄັນຂອງການເຊື່ອມຕົວ: ເພີ່ມທະວີການສໍາຜັດ ແລະ ສິດຂອງໝົດທຸກຄົນ”. ນີ້ກໍແມ່ນໂອກາດ “ວັນບຸນທໍາຄວາມດີມີເມດຕາ” ຊຶ່ງເປັນຂີດໝາຍຄົບຮອບ 20 ປີ ແຫ່ງວັນແບ່ງປັນຄວາມຮັກແພງ - ປູກຈິດສໍານຶກແຫ່ງຄວາມເມດຕາເພື່ອຄົນພິການ, ເອົາໃຈໃສ່ເບິ່ງແຍງດູແລຄົນພິການ.

        ເມື່ອເຂົ້າຮ່ວມງານບຸນຕັ້ງຄ້າຍປີນີ້, ຄົນພິການຈະໄດ້ເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍມະນຸດສະທໍາຢ່າງເລິກເຊິ່ງ; ບັນດາການລະຫຼີ້ນພື້ນເມືອງ, ຮັບຊົມບັນດາລາຍການສະແດງສິລະປະຟ້ອນຕຸກກະຕາ, ອ່ານປຶ້ມ, ຮັບປະທານອາຫານທ່ຽງ buffet ໂດຍບໍ່ເສຍຄ່າ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top