• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄູຝຶກມາຍດືກຈູງ: ທິມຊາດບານເຕະ ຫວຽດນາມ ກຽມພ້ອມສຳລັບການແຂ່ງຂັນກັບ ກຳປູເຈຍ

      ຕອນຄ່ຳວັນທີ 5 ກັນຍາ, ທິມຊາດບານເຕະ ຫວຽດນາມ ຈະແຂ່ງຂັນກັບທິມຊາດບານເຕະປະເທດເຈົ້າພາບ ກຳປູເຈຍ ໃນນັດທີ 3 ສາຍ C ຮອບຄັດເລືອກ Asian Cup 2019. 

ຄູຝຶກ ມາຍດືກຈູງ ແລະ ທິມຊາດ ບານເຕະ ຫວຽດນາມ
      ຕໍ່ກັບຄວາມວິຕົກວັງວົນຕ້ອງແຂ່ງຂັນໃນເດີ່ນຫຍ້າທຽມ, ພາຍຫຼັງການຝຶກຊ້ອມເພື່ອສ້າງຄວາມລຶ້ງເຄີຍຢູ່ເດີ່ນ ໃນຕອນຄ່ຳວັນທີ 4 ກັນຍາ, ຄູຝຶກ ມາຍດືກຈູງ, ຫົວໜ້າຄູຝືກທິມບານເຕະ ຫວຽດນາມ ຢືນຢັນວ່າ: ທິມບານເຕະໄດ້ກຽມພ້ອມສຳລັບການແຂ່ງຂັນ:
        ພາຍຫຼັງໄດ້ເຕົ້າໂຮມຢູ່ສູນບຳລຸງສ້າງບານເຕະໜຸ່ມ ຫວຽດນາມ, ພວກຂ້າພະເຈົ້າໄດ້ຝຶກຊ້ອມໃນເດີ່ນຫຍ້າທຽມແລ້ວ, ເມື່ອມານີ້, ພວກຂ້າພະເຈົ້າຍັງໄດ້ສືບຕໍ່ຝຶກແອບໃນເດີ່ນ 2 ເທື່ອອີກ. ອາດເວົ້າວ່າ, ເດີ່ນຫຍ້າທຽມຢູ່ນີ້ໄດ້ເຮັດໃຫມ່, ຄຸນນະພາບດີຫຼາຍ. ຂ້າພະເຈົ້າຄິດວ່າ ບໍ່ມີຄວາມເປັນຫ່ວງກ່ຽວກັບເດີ່ນຫຍ້ານີ້, ພວກຂ້າພະເຈົ້າໄດ້ລຶ້ງເຄີຍກັບເດ່ີນນີ້ແລ້ວ, ພວກຂ້າພະເຈົ້າກຽມພ້ອມແລ້ວເພື່ອແຂ່ງຂັນໃນຄັ້ງນີ້.
 (ແຫຼ່ງຄັດຈາກ VOV)

ອິດ​ສະ​ຣາ​ແອັນ ຂຶ້ນ​ແຜນ​ການ​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ

ອິດ​ສະ​ຣາ​ແອັນ ຂຶ້ນ​ແຜນ​ການ​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ

ຕາມ​ຖະ​ແຫຼງ​ການ​ຂອງ​ທ່ານ Bezalel Smotrich ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອິດ​ສະ​ຣາ​ແອັນ ໃນ​ວັນ​ທີ 03 ມິ​ຖຸ​ນາ, ບັນ​ດາ​ເຮືອ​ນຫຼັງ​ໃໝ່​ຈະ​ປັບ​ປຸງ​ສິ​ດ​ຄວບ​ຄຸມ​ຂອງ ອິດ​ສະ​ຣາ​ແອັນ ສຳ​ລັບ​ເຂດ​ດິນ​ແດນ​ນີ້, ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ຂອງ ອິ​ດ​ສະ​ຣາ​ແອັນ ແນ​ໃສ່​ສະ​ກັດ​ກັ້ນ​ການ​ສ້າງ​ຕັ້ງ​ລັດ​ກໍ່​ການ​ຮ້າຍ​ຢູ່​ໃຈກາງ​ປະ​ເທດ​ນີ້.

Top