• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄາດວ່າການທົດລອງວັກຊິນກັນໂຄວິດ-19 ຄັ້ງທີ 2 ຈະດຳເນີນກ່ອນກຳນົດເວລາຂອງແຜນການ 2 ເດືອນ

ສະຖາບັນ Pasteur ນະຄອນໂຮ່ຈີມິນ ໄດ້ກວດພົບກໍລະນີຕິດໄວຣັດ SARS-CoV-2 ສາຍພັນໃໝ່, ນີ້ແມ່ນສາຍພັນໃໝ່ໄດ້ຮັບການກວດພົບຢູ່ ອັງກິດ ໃນໄລຍະມໍ່ໆມານີ້. ກໍລະນີຕິດເຊື້ອດັ່ງກ່າວແມ່ນເພດຍິງ (ຄົນເຈັບທີ 1435), ເກີດປີ 1976, ບ້ານເກີດຢູ່ແຂວງ ຈ່າວິງ.

(ພາບປະກອບ)

ວັກຊິນກັນໂຄວິດ-19 ໂດຍສະຖາບັນວັກຊິນ ແລະ ຢາຊີວະພາບທາງການແພດ (IVAC) ຫວຽດນາມ ຄົ້ນຄວ້າ, ໄດ້ຮັບການທົດລອງໃນສັດມາແລ້ວ ເບື້ອງຕົ້ນວັກຊິນມີຜົນປອດໄພ, ສາມາດຕ້ານທານກັນພະຍາດຢູ່ສູງຢູ່ໃນສັດ. ສະຖາບັນວັກຊິນ ແລະ ຢາຊີວະພາບ ໄດ້ສະເໜີໃຫ້ກະຊວງສາທາລະນະສຸກ ອະນຸຍາດການສັກທົດລອງໃສ່ຄົນໃນເດືອນ ມັງກອນ ປີ 2021, ກ່ອນກຳນົດເວລາຂອງແຜນການ 2 ເດືອນ.

   ນີ້ແມ່ນວັກຊິນຊະນິດທີ 2 ຂອງ ຫວຽດນາມ ທີ່ໄດ້ສັກທົດລອງໃສ່ຄົນ, ພາຍຫລັງວັກຊິນ Nanocovax ຂອງບໍລິສັດ Nanogen ໄດ້ທົດລອງສັກໃສ່ຄົນໄລຍະ 1 ເມື່ອວັນທີ 10 ທັນວາ 2020.

     ໃນເຫດການທີ່ກ່ຽວຂ້ອງ, ສະຖາບັນ Pasteur ນະຄອນໂຮ່ຈີມິນ ໄດ້ກວດພົບກໍລະນີຕິດໄວຣັດ SARS-CoV-2 ສາຍພັນໃໝ່, ນີ້ແມ່ນສາຍພັນໃໝ່ໄດ້ຮັບການກວດພົບຢູ່ ອັງກິດ ໃນໄລຍະມໍ່ໆມານີ້. ກໍລະນີຕິດເຊື້ອດັ່ງກ່າວແມ່ນເພດຍິງ (ຄົນເຈັບທີ 1435), ເກີດປີ 1976, ບ້ານເກີດຢູ່ແຂວງ ຈ່າວິງ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top