• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ອາ​ຊຽນ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່​ອາ​ຊຽນ ຄັ້ງ​ທີ 11

ວັນທີ 28 ສິງຫາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ, ເຊິ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ ໄດ້ຈັດຕັ້ງເວທີປາໄສເຊື່ອມຕໍ່ອາຊຽນຄັ້ງທີ 11ຂຶ້ນ. ເວທີປາໄສແມ່ນເຫດການປະຈຳປີ ເຊິ່ງໄດ້ຈັດຕັ້ງມາແຕ່ປີ2010.

ເວທີປາໄສເຊື່ອມຕໍ່ອາຊຽນ ຄັ້ງທີ 11 (ພາບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ)

ບັນດາຜູ້ແທນໄດ້ແບ່ງປັນກ່ຽວກັບບັນດາມາດຕະການຫຼຸດຜ່ອນຜົນກະທົບຈາກໂລກລະບາດ Covid – 19 ແລະ ການພັດທະນາແຜນການຟື້ນຕົວມຸ່ງໄປສູ່ອາຊຽນມີການເຊື່ອມຕໍ່ຢ່າງລຸລ່ວງ. ບັນດາຜູ້ແທນກໍ່ເນັ້ນໜັກເຖິງຄວາມມານະພະຍາຍາມໃນການຟື້ນຕົວຂອງອາຊຽນເວົ້າສະເພາະ ແລະ ພາກພື້ນເວົ້າລວມໃນສະພາບການໂລກລະບາດ Covid – 19. ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການລົງທຶນຍຸດທະສາດ ແລະ ພື້ນຖານໂຄງລ່າງແບບຍືນຍົງ ແລະ ບັນດາມາດຕະການອັດສະລິຍະ, ຍົກສູງລະດັບເຕັກໂນໂລຢີດີຈີຕອນເພື່ອເພີ່ມທະວີການເຊື່ອມຕໍ່ລະບົບສະໜອງ, ການລົງທຶນທີ່ເໝາະສົມເຂົ້າຂະແໜງການສຶກສາບຳລຸງສ້າງເພື່ອກຽມພ້ອມກຳລັງແຮງງານໃຫ້ແກ່ອະນາຄົດ.
(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top