• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະເລຂາສະພາແຫ່ງຊາດສະເໜີຕົວ


(ຄະນະເລຂາສະພາແຫ່ງຊາດສະເໜີຕົວ)
      ຕອນ​ບ່າຍ​ວັນ​ທີ 16/03, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດການປະຊຸມປະກາດ​ມະ​ຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ໃຫ້​ສັດຕະຍາບັນ​ຄະນະ​ເລຂາ ​ແລະ ຜັນ​ຂະຫຍາຍ​ວຽກ​ງານ​ຮັບ​ໃຊ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ​ເຂົ້າ​ຮ່ວມ ​ແລະ​ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກ​ິມ​ເງິນ ຊີ້​ແຈ້ງວ່າ: ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 11 ​ແມ່ນ​ກອງ​ປະຊຸມ​ສຸດ​ທ້າຍ​ຂອງ​ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ນີ້​ແມ່ນ​ກອງ​ປະຊຸມ​ໄດ້​ຮັບ​ການ​ຈັດ​ຕັ້ງ​​ໃນ​ໄລຍະ​ສັ້ນ ​ແຕ່​ມີ​ວຽກ​ງານ​ຫຼາຍ ​ແລະ ມີ​ຄວາມ​ສຳຄັນ​ຍິ່ງ: ຮັບຮອງ​ເອົາ​ບັນດາ​ຮ່າງ​ກົດໝາຍ, ສະຫຼຸບ​ອາ​ຍູ້​ການ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ, ນາຍົກລັດຖະມົນ​ຕີ, ບັນດາ​ອົງການ​ຍຸຕິ​ທຳ, ພິຈາລະນາ, ​ແຕ່ງ​ຕັ້ງ​ບັນດາ​ຕຳ​ແໜ່​ງການ​ນຳ​ລັດ​ໃຫ້​ສົມບູນ​ແບບ.
        ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ກໍ​ແມ່ນ​ກອງ​ປະຊຸມ​ທຳ​ອິດ​ທີ່​ຂີດ​ໝາຍ​ການ​ເຄື່ອນ​ໄຫວ​ຂອງ​ເລຂາທິການ​ໃຫຍ່ ​ແລະ ຄະນະ​ເລຂາ​ສະພາ​ແຫ່​ງຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ປາດ​ຖະໜາ​ວ່າ, ​ເລຂາທິການ​ໃຫຍ່ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ເລຂາ​ສະພາ​ແຫ່ງ​ຊາດ ຈະ​ອີ່​ງ​ໃສ່​ໜ້າ​ທີ່, ສິດ ​ທີ່​ໄດ້​ລະບຸ​ໄວ້, ປະຕິບັດ​ບັນດາ​ໜ້າ​ທີ່​ກະກຽມ​ດ້ານ​ເນື້ອ​​ໃນ​ທີ່ກ່ຽວຂ້ອງ​ເຖິງ​ລາຍກາ​ນ​ເຮັດ​ວຽກ​ຂອງ​ສະພາ​ແຫ່ງ​ຊາດ​ເປັນ​ຢ່າງ​ດີ, ​ເພື່ອ​ໃຫ້​ກອງ​ປະຊຸມ​ດຳ​ເນີນ​ສຳ​ເລັດຜົນ, ​ເປັນ​ພື້ນຖານ​ເພື່ອ​ຖອດ​ຖອນ​ບົດຮຽນ​ໃຫ້​ບັນດາ​ອາຍຸ​ການ​ຂອງສະພາ​ແຫ່ງ​ຊາດ​ຊຸດ​ຕໍ່​ໄປ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top