• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳການລັດຖະບານໂຮມປະຊຸມກ່ຽວກັບຮ່າງກົດໝາຍຫົວໜ່ວຍບໍລິຫານ-ເສດຖະກິດພິເສດ

      ຕອນເຊົ້າວັນທີ 02 ສິງຫາ, ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຄະນະປະຈຳການລັດຖະບານໄດ້ຈັດກອງປະຊຸມ, ປຶກສາຫາລືກ່ຽວກັບຮ່າງກົດໝາຍຫົວໜ່ວຍບໍລິຫານ - ເສດຖະກິດພິເສດ (ເອີ້ນວ່າ ເຂດພິເສດ).

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບ: KT)
      ໂດຍມີການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການ ແລະ 3 ແຂວງແມ່ນ ກວາງນິງ, ແຄ໋ງຮ່ວາ, ກຽນຢາງ, ເຊິ່ງແມ່ນບັນດາທ້ອງຖິ່ນພວມສົ່ງເສີມການສ້າງບັນດາແຜນຮ່າງເຂດພິເສດ. ທີ່ກອງປະຊຸມ, ບັນດາຄຳເຫັນທີ່ກອງປະຊຸມໄດ້ເນັ້ນໜັກເຖິງຈຸດໝາຍ ເຮັດແນວໃດເພື່ອໃຫ້ບັນດາເຂດພິເສດມີກຳລັງແກ່ງແຍ້ງສາກົນ, ມີກຳລັງແຜ່ລາມ, ກາຍເປັນແຫ່ງເຕີບໂຕຂອງທົ່ວປະເທດ. ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ອົງການຮຽບຮຽງແມ່ນກະຊວງແຜນການ ແລະ ການລົງທຶນ ສືບຕໍ່ຮັບເອົາຄຳເຫັນ, ສືບຕໍ່ສ້າງຮ່າງກົດໝາຍໃຫ້ສົມບູນແບບ ແລະ ຍື່ນສະເໜີຕໍ່ບັນດາກຳມາທິການສະພາແຫ່ງຊາດ, ຄະນະປະຈຳການສະພາແຫ່ງຊາດ ຖືກຕາມກຳນົດເວລາເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາທີ່ກອງປະຊຸມໃນເດືອນ ຕຸລາ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top