• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຊີ້ນຳແຫ່ງຊາດເປັນເອກະພາບສະເໜີບັນດາກຸ່ມຄວາມສ່ຽງໂຄວິດ-19

ຮ່າໂນ້ຍ ແມ່ນນອນໃນກຸ່ມມີຄວາມສ່ຽງສູງ, 3 ແຂວງ, ນະຄອນອື່ນລວມມີ ນະຄອນໂຮ່ຈີມິນ, ບັ໊ກນິງ ແລະ ຮ່າຢາງ ນອນໃນກຸ່ມມີຄວາມສ່ຽງ.


ທີ່ກອງປະຊຸມ. 
(ພາບ: VGP)


ທີ່ກອງປະຊຸມໃນຕອນເຊົ້າວັນທີ 22 ເມສາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ເປັນເອກະພາບສະເໜີຕໍ່ທ່ານນາຍົກລັດຖະມົນຕີບັນຊີລາຍຊື່ບັນດາທ້ອງຖິ່ນທີ່ມີຄວາມສ່ຽງ ແລະ ສະເໜີຈັດວາງມາດຕະການແຍກຫ່າງໃນສັງຄົມໃຫ້ທຽບເທົ່າຕາມແຕ່ລະກຸ່ມ. ຕາມນັ້ນແລ້ວ, ຮ່າໂນ້ຍ ແມ່ນນອນໃນກຸ່ມມີຄວາມສ່ຽງສູງ, 3 ແຂວງ, ນະຄອນອື່ນລວມມີ ນະຄອນໂຮ່ຈີມິນ, ບັ໊ກນິງ ແລະ ຮ່າຢາງ ນອນໃນກຸ່ມມີຄວາມສ່ຽງ; ບັນດາແຂວງ, ນະຄອນທີ່ຍັງເຫຼືອ ແມ່ນນອນໃນກຸ່ມມີຄວາມສ່ຽງຕ່ຳ. ຈາກນັ້ນ, ທ້ອງຖິ່ນຕ່າງໆສາມາດຈັດວາງບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງເໝາະສົມ, ມີປະສິດທິຜົນ.

ບັນດາຂໍ້ສະເໜີທີ່ຍົກອອກມານັ້ນແມ່ນອີງໃສ່ພື້ນຖານການຕິດຕາມສະພາບການຜັນແປ ຂອງໂລກລະບາດໂຄວິດ- 19 ໃນໄລຍະຜ່ານມາ ແລະ ອີງໃສ່ບັນດາມາດຕະຖານທີ່ໄດ້ ຄົ້ນຄວ້າ, ໄຈ້ແຍກບັນດາປັດໃຈມີຄວາມສ່ຽງໃຫ້ແກ່ແຕ່ລະແຂວງ, ນະຄອນ.

 (ແຫຼ່ງຄັດຈາກ VOV)

ຄົ້ນ​ຄ້​ວາ​ສ້າງ​ລະ​ບົບ​ນິ​ເວດ​ດີ​ຈີ​ຕອນ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຜີຍ​ແຜ່, ສຶກ​ສາ​ກົດ​ໝາຍ

ຄົ້ນ​ຄ້​ວາ​ສ້າງ​ລະ​ບົບ​ນິ​ເວດ​ດີ​ຈີ​ຕອນ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຜີຍ​ແຜ່, ສຶກ​ສາ​ກົດ​ໝາຍ

ານ​ເຄື່ອນ​ໄຫວ​ເຜີຍ​ແຜ່, ສຶກ​ສາ​ກົດ​ໝາຍ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູນ​ໃນ​ການ​ສ້າງ​ວັດ​ທະ​ນະ​ທຳ​ເຄົາ​ລົບ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ຢ່າງ​ແທ້​ຈິງ.

Top