ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັ່ງລອງ ຢືນຢັນວ່າ ຂະແໜງສາທາລະນະສຸກ ສືບຕໍ່ຫຼຸດຜ່ອນລະບຽບການບໍລິຫານລົງ 30%, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນ ແລະ ວິສາຫະກິດ. ປັດຈຸບັນ, 100% ຫົວໜ່ວຍຂອງກະຊວງສາທາລະນະສຸກ ໄດ້ຮັບອະນຸຍາດເຊັນທາງດີຈີຕອນ ແລະ ແກ້ໄຂເອກະສານເອເລັກໂຕນິກ; ເຊື່ອມຕໍ່ກັບ 1.500 ສະຖານທີ່ໜູນຊ່ວຍການກວດພະຍາດ ແລະ ໃຫ້ຄຳປຶກສາທາງໄກ. ຄຽງຄູ່ກັນນັ້ນ, ກະຊວງສາທາລະນະສຸກ ຍັງຜັນຂະຫຍາຍປະຕູຖານຂໍ້ມູນສາທາລະນະສຸກດ້ວຍຫຼາຍກວ່າ 1.400 ຮາກຖານສາທາລະນະສຸກ ໂດຍມີການເປີດເຜີຍຄ່າບໍລິການ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ຮັບຮູ້ ແລະ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງກະຊວງສາທາລະນະສຸກ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ການຫັນເປັນດີຈີຕອນ, ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ບໍ່ພຽງແຕ່ເພື່ອເປົ້າໝາຍ ສ້າງຄວາມໂປ່ງໃສ, ຈະແຈ້ງ ຂອງຮາກຖານສາທາລະນະສຸກແຕ່ລະແຫ່ງເທົ່ານັ້ນ, ແຕ່ນີ້ແມ່ນເຄື່ອງມືທີ່ເປັນປະໂຫຍດ ແລະ ມີປະສິດທິຜົນຕໍ່ການກວດ, ປິ່ນປົວພະຍາດຢ່າງແທ້ຈິງ.
ເນື່ອງໃນໂອກາດນີ້, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ເປີດນຳໃຊ້ເຄືອຂ່າຍສາທາລະນະສຸກເຊື່ອມຕໍ່ ຫວຽດນາມ, ລະບົບຄຸ້ມຄອງຂໍ້ມູນຂ່າວສານ ຂັ້ນຮາກຖານ V20 ແລະ ລະບົບເອກະສານສຸຂາພິບານເອເລັກໂຕນິກ.
(ແຫຼ່ງຄັດຈາກ VOV)