• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍ່ສ້າງນະຄອນເຫ້ວໃຫ້ກາຍເປັນຕົວເມືອງສື່ສານອັດສະລິຍະແຫ່ງທຳອິດຢູ່ຫວຽດນາມ

      ແຂວງເທື່ອທຽນ - ເຫ້ວ ພວມຜັນຂະຫຍາຍການກໍ່ສ້າງ ນະຄອນເຫ້ວ ໃຫ້ກາຍເປັນຕົວເມືອງສື່ສານອັດສະລິຍະແຫ່ງທຳອິດຢູ່ຫວຽດນາມ. 
      ຕາມນັ້ນແລ້ວ ໂຄງການໄດ້ຮັບການກໍ່ສ້າງຢູ່ເຂດຕົວເມືອງໃຫມ່ ອານເວີນເຢືອງ ດ້ວຍຍອດງົບປະມານແມ່ນກວ່າ 22 ລ້ານ USD. ເປົ້າໝາຍຂອງໂຄງການ ເພື່ອແນໃສ່ກໍ່ສ້າງນະຄອນນີ້ກາຍເປັນຕົວເມືອງສື່ສານອັດສະລິຍະແຫ່ງທຳອິດຢູ່ຫວຽດນາມ, ໃນນັ້ນ ເອົາໃຈໃສ່ເຖິງການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີ ແລະ ຂະແຫນງອຸດສາຫະກຳຮູບເງົາ.
ໂຄງການດັ່ງກ່າວແມ່ນບາດກ້າວຜັນຂະຫຍາຍຂອງແຜນຮ່າງ “ພັດທະນາການບໍລິການຕົວເມືອງອັດສະລິຍະຢູ່ບໍລິເວນແຂວງ ເທື່ອທຽນເຫ້ວ ຮອດປີ 2020 ການກຳນົດທິດຮອດປີ 2025.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top