• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການສ້າງໂຄງປະກອບການຜະລິດກະສິກຳຄືນໃໝ່

ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການສ້າງ
ໂຄງປະກອບການຜະລິດກະສິກຳຄືນໃໝ່
(ພາບ: VGP)
      ຕອນ​ເຊົ້າ​ວັນ​ທີ 02/03 ຢູ່​ແຂວງ​ ກວາງ​ນິງ ​ໄດ້​ດຳ​ເນີນ​ກອງ​ປະຊຸມ “ພັດທະນາ​ແຕ່​ລະ​ຕາ​ແສງ​ມີ​ຜະລິດ​ຕະພັນ​ໜຶ່ງໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່”. ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ໃຫ້ ກວາງ​ນີງ ພ້ອ​ມກັບ​ບັນດາ​ແຂວງ​, ນະຄອນ​ໃນ​ທົ່ວ​ປະ​ເທດ​ແລກປ່ຽນ​ບົດຮຽນ ມຸ່ງ​ໄປ​ເຖິງ​ການ​ປະຕິບັດ​ສຳ​ເລັດ​ຮູບ​​ແບບ “​ແຕ່​ລະ​ຕາ​ແສງ​ມີ​ຜະ​ລິດ​ຕະພັນໜຶ່ງ” ​ໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ການ​ຜະລິດ​ກະສິກຳ​ຄືນ​ໃໝ່. ກ່າ​ວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຈິ້ງ​ດີງຢຸງ ຖື​ວ່າ: ຄຽງ​ຂ້າງ​ບັນດາ​ໝາກຜົນ​ທີ່ພົ້ນ​ເດັ່ນ ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ໂຄງການ “​ແຕ່​ລະ​ຕາ​ແສງ​ມີຜະ​ລິດ​ຕະພັນໜຶ່ງ” ກໍ່​ໄດ້​ພົບ​ເຫັນ​ບາງ​ຂໍ້​ຈຳ​ກັດ​ຄື: ຕະຫລາດ​ຈຳໜ່າຍ​ຜະລິດ​ຕະພັນ, ຄວາມ​ສາມາດ​ສົ່ງ​ເສີມ​ການ​ຄ້າ​ຂອງ​ໝູ່​ບ້ານຫັດຖະກຳ​ຍັງອ່ອນ; ບັນດາ​ຜະລິດ​ຕະພັນ​ຊົນນະບົດ​ຕິດ​ພັນ​ກັບ​ການທ່ອງທ່ຽວ​ຍັງ​ໜ້ອຍ, ພຽງ​ແຕ່​ສຸມ​ໃສ່​ຢູ່​ບາງ​ໝູ່​ບ້ານ​ຫັດຖະກຳ​ມູນ​ເຊື້ອ​ເທົ່າ​ນັ້ນ. ບັນດາ​ຂໍ້​ຈຳກັດ​ນັ້ນ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ໄວ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top