
ທ່ານນາຍົກລັດຖະມົນຕີ Samdech Hun Sen ຕ້ອນຮັບ ທ່ານພົນໂທ ເລືອງເກື່ອງ (ພາບ:qdnd.vn)
ທ່ານພົນໂທ ເລືອງເກື່ອງ ໄດ້ຢັ້ງຢືນວ່າ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ຕີລາສູງ ຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອຂອງລັດຖະບານ, ປະຊາຊົນ ແລະ ກອງທັບ ກໍາປູເຈຍ ທີ່ມີຕໍ່ ຫວຽດນາມ; ທ່ານປາດຖະໜາວ່າ ທ່ານນາຍົກລັດຖະມົນຕີ Samdech Hun Sen ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂ ເພື່ອໃຫ້ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ແລະ ກົມໃຫຍ່ ບໍລິການດ້ານປ້ອງກັນຊາດ ກໍາປູເຈຍ ປະຕິບັດບັນດາເນື້ອໃນຮ່ວມມືໃຫ້ເປັນຢ່າງດີ; ພ້ອມທັງສະເໜີໃຫ້ຝ່າຍ ກໍາປູເຈຍ ສືບຕໍ່ຊ່ວຍເຫຼືອຍູ້ໄວການຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິຂອງນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ກໍາປູເຈຍ ກັບຄືນເມືອປະເທດ; ໂຄສະນາເຜີຍແຜ່ໃຫ້ຄົນລຸ້ນຫຼັງກ່ຽວກັບ ນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນ ແລະ ກອງທັບສອງປະເທດ.
(ແຫຼ່ງຄັດຈາກ VOV)