• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ຳປັ່ນກອງທັບເຮືອສ.ເກົາຫຼີ ຢ້ຽມຢາມນະຄອນດ່ານັ້ງ

      ຕອນເຊົ້າວັນທີ 07 ກັນຍາ, ກ່ຳປັ່ນຂັບໄລ່ Moon The Great ພ້ອມທັງກ່ຳປັ່ນໜູນຊ່ວຍພະລາທິການ ROKS Hwacheon ຂອງກອງທັບເຮືອ ສ.ເກົາຫຼີ ໄດ້ເຂົ້າທຽບທ່າ ແລະ ເລີ່ມຕົ້ນການຢ້ຽມຢາມນະຄອນດ່ານັ້ງ ໃນລະຫວ່າງວັນທີ 07 – 09 ກັນຍາ.
ພິທີຕ້ອນຮັບຜູ້ບັນຊາກ່ຳປັ່ນສ.ເກົາຫຼີ
(ພາບ: TTXVN)
      ນີ້ແມ່ນຄັ້ງທຳອິດໃນປີ 2019 ທີ່ກ່ຳປັ່ນກອງທັບເຮືອຂອງສ.ເກົາຫຼີ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມຂອງກ່ຳປັ່ນສ.ເກົາຫຼີ 2 ລຳດັ່ງກ່າວ ຖືກດຳເນີນໃນສະພາບທີ່ການພົວພັນລະຫວ່າງ 2 ປະເທດເວົ້າລວມ ແລະ ການພົວພັນດ້ານປ້ອງກັນຊາດເວົ້າສະເພາະໄດ້ຮັບການປັບປຸງ, ເພີ່ມທະວີຢ່າງບໍ່ຢຸດຢັ້ງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວລະອຽດເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ລັດ ແລະ ກະຊວງປ້ອງກັນປະເທດ 2 ປະເທດ.
        ໃນໄລຍະຢູ່ຢ້ຽມຢາມ, ກຸ່ມຜູ້ບັນຊາກ່ຳປັ່ນສ.ເກົາຫຼີ ໄດ້ເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນນະຄອນດ່ານັ້ງ, ກອງບັນຊາການກອງທັບເຮືອເຂດ 3, ເຂົ້າຮ່ວມການສະແດງວັດທະນະທຳ - ສິລະປະ ແລະ ຢ້ຽມຢາມທັດສະນີຍະພາບບາງແຫ່ງຢູ່ນະຄອນດ່ານັ້ງ…
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top