• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງຮັກສາສັນຕິພາບ ຫວຽດນາມ ອອກເດີນທາງໄປປະຕິບັດໜ້າທີ່

ວັນທີ 01 ຕຸລາ 2018, ກຳລັງຮັກສາສັນຕິພາບ ຫວຽດນາມ ກຸ່ມທຳອິດຈະເດີນທາງໄປປະຕິບັດໜ້າທີ່, ລວມມີພະນັກງານ, ນັກຮົບໂຮງໝໍກາງສະໜາມຂັ້ນ 2, ເລກທີ 1, 30 ຄົນ, ສັງກັດກຳລັງຮັກສາສັນຕິພາບ ຫວຽດນາມ ຈະໄປຍັງ ຊູດັງໃຕ້ ເຊິ່ງແມ່ນປະເທດນອນຢູ່ ອາຟຣິກາຕາເວັນອອກ. 

ກຳລັງຮັກສາສັນຕິພາບ ຫວຽດນາມ ອອກເດີນທາງໄປປະຕິບັດໜ້າທີ່ (ພາບ: TTXVN)

ຜ່ານນັ້ນ, ສ້າງຂີດໝາຍທຳອິດໃຫ້ແກ່ ຫວຽດນາມ ໃນການຜັນຂະຫຍາຍກຳລັງປະກອບອາວຸດຂັ້ນກົມກອງເອກະລາດ ເຂົ້າຮ່ວມການຮັກສາສັນຕິພາບໂດຍກົງ, ນຳມາໃຫ້ເພື່ອນມິດສາກົນກ່ຽວກັບຮູບພາບແທ້ຈິງຂອງຊາວ ຫວຽດນາມ ຮັກຫອມສັນຕິພາບ ແລະ ມີຄວາມສາມາດຢ່າງພຽງພໍເພື່ອປະຕິບັດບັນດາໜ້າທີ່ສັນຕິພາບສາກົນຂອງສະຫະປະຊາຊາດ.

       ຮັບຮູ້ຄວາມມານະພະຍາຍາມຂອງກຳລັງຮັກສາສັນຕິພາບ ຫວຽດນາມ, ວັນທີ 26 ກັນຍາ, ທີ່ນິວຢອກ ປະເທດ ອາເມລິກາ, ພາຍຫລັງພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບເລື່ອງ ຫວຽດນາມ ຈັດສົ່ງທິມງານໂຮງໝໍກາງສະໜາມໄປຍັງ ຊູດັງໃຕ້, ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ Atul Khare ໄດ້ຊົມເຊີຍ ແລະ ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະກອບສ່ວນທິມງານໂຮງໝໍທີ່ບັນລຸຄຸນນະພາບສູງ, ສາມາດປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງມີປະສິດທິຜົນ ແລະ ເລິກເຊິ່ງກ້ວາງຂວາງກ່ວາ.

(​ແຫຼ່ງຄັດ​ຈາກ VOV)


ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top