• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍ: ເປີດສະຫຼອງສະຖານີເຄື່ອງສົ່ງວິທະຍຸກະຈາຍສຽງ FM ຢູ່ແຂວງ Prey Veng ໂດຍຫວຽດນາມອຸປະຖຳ

      ວັນທີ 01 ພຶດສະພາ, ກະຊວງຖະແຫຼງຂ່າວກຳປູເຈຍໄດ້ຈັດຕັ້ງພິທີເປີດສະຫຼອງແລະນຳເຂົ້າໃຊ້ງານສະຖານີເຄື່ອງສົ່ງວິທະຍຸກະຈາຍສຽງ FM 97.30 MHZ ຢູ່ແຂວງ Prey Veng, ລາຊະອານາຈັກກຳປູເຈຍ. ໂຄງການນີ້ ໂດຍລັດຖະບານຫວຽດນາມອຸປະຖຳ.

ບັນດາຜູ້ແທນເຂົ້າຮ່ວມພິທີເປີດສະຫຼອງແລະນຳເຂົ້າໃຊ້ງານສະຖານີ
ເຄື່ອງສົ່ງວິທະຍຸກະຈາຍສຽງ FM 97.30 MHZ ຢູ່ແຂວງ Prey Veng
      ໂຄງການ ໂດຍສະຖານີວິທະຍຸກະຈາຍສຽງຫວຽດນາມຮັບຜິດຊອບກໍ່ສ້າງ, ຕິດຕັ້ງ, ມາຮອດປັດຈຸບັນ ບັນດາລາຍການ ແມ່ນໄດ້ປະຕິບັດສຳເລັດ ແລະ ນຳເຂົ້າໃຊ້ງານຢ່າງເປັນທາງການ. ນີ້ແມ່ນຊ່ອງຂໍ້ມູນຂ່າວສານສຳຄັນ ຊ່ວຍປະຊາຊົນທ້ອງຖິ່ນສາມາດອັບເດດຂໍ້ມູນຂ່າວສານ, ຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ເຮັດໃຫ້ຊີວິດການເປັນຢູ່ດ້ານວັດທະນະທຳ ແລະ ຈິດໃຈຂອງປະຊາຊົນໃນແຂວງ Prey Veng ອຸດົມສົມບູນຂຶ້ນຕື່ມ. ພ້ອມທັງ ແມ່ນພາຫະນະ ຊ່ວຍໃຫ້ອຳນາດການປົກຄອງທ້ອງຖິ່ນໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ນະໂຍບາຍ, ກົດໝາຍຢ່າງມີປະສິດທິຜົນ ປະກອບສ່ວນກໍ່ສ້າງລາຊະອານາຈັກກຳປູເຈຍໃຫ້ວັດທະນາຖາວອນ ແລະ ສີວິໄລ.
        ມາຮອດປັດຈຸບັນ, ສະຖານີວິທະຍຸກະຈາຍສຽງຫວຽດນາມໄດ້ສຳເລັດການກໍ່ສ້າງ, ຕິດຕັ້ງ ສະຖານີເຄື່ອງສົ່ງກະຈາຍສຽງ 19 ແຫ່ງ ແລະ ສະຖານີເຄື່ອງສົ່ງໂທລະພາບ 02 ແຫ່ງໃຫ້ບັນດາແຂວງ, ນະຄອນຢູ່ກຳປູເຈຍ.
 (ແຫຼ່ງຄັດຈາກ VOV)
 
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top