
ກຳປູເຈຍຈັດຕັ້ງງານມະໂຫລານຮູບເງົາອາຊຽນ
(ພາບ: TTXVN)
ເພື່ອແນໃສ່ຍົກສູງວັດທະນະທຳຂອງບັນດາປະເທດໃນສະຫະສະມາຄົມ. ສະຖານທູດແຕ່ລະປະເທດຈະຄັດເລືອກຮູບເງົາຂອງປະເທດຕົນເພື່ອສາຍໃນຊ່ອງໂທລະພາບແຫ່ງຊາດກຳປູເຈຍ (TVK) ແລະ ຊ່ອງໂທລະພາບກອງທັບແຫ່ງລາຊະອາຈັກ (TV5) ຂອງກຳປູເຈຍ. ຫວຽດນາມ ໄດ້ນຳຮູບເງົາເລື່ອງ “ຍາມໃດຈຶ່ງຮອດເດືອນຕຸລາ” ເພື່ອສາຍຢູ່ງານມະໂຫລານຄັ້ງນີ້. ເຖິງວ່າຮູບເງົາມີຫຼາຍເລື່ອງ, ແຕ່ບັນດາຮູບເງົາທີ່ໄດ້ສາຍຢູ່ງານມະໂຫລານມີຈຸດລວມແມ່ນແຕ່ລະເລື່ອງລ້ວນແຕ່ໄດ້ເຕື້ອງເຖິງຂົງເຂດໃນຊີວິດຂອງບັນດາປະເທດສະມາຊິກ ແລະ ໄດ້ຮັບຄວາມນິຍົມ ແລະ ຕີລາຄາສູງຈາກບັນດາຜູ້ຊົມຢູ່ປະເທດເຫຼົ່ານັ້ນ, ນອກນັ້ນ, ຍັງມີຮູບເງົາບາງເລື່ອງໄດ້ຮັບລາງວັນທັງຢູ່ພາຍໃນ ແລະ ຕ່າງປະເທດ.
(ແຫຼ່ງຄັດຈາກ VOV)