• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ທ່ອງ​ທ່ຽວ ຫວຽດ​ນາມ ໄດ້​ຮັບ​ການເຊີດ​ຊູ​ໃນພິ​ທີ​ປະ​ກາດ World Travel Award 2020

ລາງວັນ “ຈຸດນັດພົບມໍລະດົກແຖວໜ້າຂອງໂລກ” (World’s Leading Heritage Destination) ປີ 2020 ແມ່ນໄດ້ມອບໃຫ້ແກ່ ຫວຽດນາມ.

ຂົວຄຳ - ໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວຂອງນະຄອນ ດ່າໜັງ, ຫວຽດນາມ (ພາບປະກອບ: TTXVN) 

ທີ່ພິທີປະກາດສຸດທ້າຍບັນດາລາງວັນການທ່ອງທ່ຽວໂລກ (WTA) ປີ 2020 ເຊິ່ງຫາກໍດຳເນີນຢູ່ນະຄອນຫຼວງ ມົດສະກູ (ລັດເຊຍ), ຫວຽດນາມ ຍາດໄດ້ຫຼາຍລາງວັນ, ໃນນັ້ນ ສິ່ງທີ່ໜ້າສົນໃຈ ນັ້ນແມ່ນ ລາງວັນ “ຈຸດນັດພົບມໍລະດົກແຖວໜ້າຂອງໂລກ” (World’s Leading Heritage Destination) ປີ 2020 ແມ່ນໄດ້ມອບໃຫ້ແກ່ ຫວຽດນາມ.

        ໂຮງແຮມ Vinpearl Luxury Landmark 81  ຂອງ ຫວຽດນາມ ຍາດໄດ້ 3 ລາງວັນ ຂອງ WTA ປີ 2020, ເຊິ່ງລວມມີ ລາງວັນ “ໂຮງແຮມຢູ່ນະຄອນແຖວໜ້າໂລກ”, ລາງວັນ “ໂຮງແຮມຈັດກອງປະຊຸມສໍາມະນາ ແລະ ງານດອງ ແຖວໜ້າໂລກ” ແລະ ລາງວັນ “ໂຮງແຮມຢູ່ແຄມແມ່ນ້ຳແຖວໜ້າໂລກ”.

        ເຂດພັກຜ່ອນບຳລຸງສຸຂະພາບ Sun World Ba Na Hill ກໍຍາດໄດ້ 2 ລາງວັນ. ນອກຈາກນັ້ນ, ບໍລິສັດການບິນແຫ່ງຊາດ ຫວຽດນາມ - Vietnam Airlines ໄດ້ຮັບການເຊີດຊູວ່າ ແມ່ນ “ບໍລິສັດການບິນທີ່ມີວັດທະນະທຳແຖວໜ້າໂລກ”…

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top