• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນາ Shangri –La16: ເຊີດຊູກົດໝາຍສາກົນໃນການແກ້ໄຂບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງໃນພາກພື້ນ

      ການໂອ້ລົມສົນທະນາ  Shangri –La 16 ໄຂຂຶ້ນໃນຕອນຄ່ຳວັນທີ 2 ມິຖຸນາ ຢູ່ ສິງກະໂປ ດ້ວຍການເຂົ້າຮ່ວມຂອງການນຳກະຊວງປ້ອງກັນປະເທດ, ນັກຊ່ຽວຊານກ່ຽວກັບຄວາມໝັ້ນຄົງສາກົນທີ່ມາຈາກປະມານ 40 ປະເທດ. 
ຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ການໂອ້ລົມສົນທະນາ  Shangri –La 16 
(ພາບ: Quỳnh Hoa- Thanh Huyền/VOV)
      ຕອນເຊົ້າວັນທີ 3 ມິຖຸນາ, ທີ່ວາລະປະຊຸມຄົບຄະນະດ້ວຍຫົວຂໍ້ວ່າ “ອາເມລິກາ ແລະ ຄວາມໝັ້ນຄົງ ອາຊີ - ປາຊີຟິກ”, ໄດ້ສະແດງທັດສະນະສຳລັບຄວາມໝັ້ນຄົງໃນພາກພື້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ເນັ້ນໜັກວ່າ: ອາເມລິກາ ໃຫ້ຄຳໝັ້ນສັນຍາເຄົາລົບ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ຫຼັກການ ແລະ ກົດໝາຍສາກົນ, ຮັບປະກັນຜົນປະໂຫຍດສະເໝີພາບຂອງທຸກໆປະເທດ, ນັບທັງບັນດາປະເທດນ້ອຍ. ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ທ່ານ Mattis ກໍ່ຊີ້ແຈ້ງວ່າ: ວໍຊິງຕັນ ບໍ່ຮັບຮູ້ການກະທຳໃຊ້ກຳລັງການທະຫານ ແລະ ຜັນຂະຫຍາຍອາວຸດຂອງ ຈີນ ຢູ່ບັນດາໂຄງສ້າງພູມສາດທີ່ຢຶດຄອງຜິດກົດໝາຍຢູ່ທະເລຕາເວັນອອກ. ໃນຂະນະນັ້ນ, ທ່ານນາງ Tomomi Inada, ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ຖືວ່າ: ຄຳຕັດສິນຂອງສານອະນຸຍາໂຕຕຸລາການສຳລັບກໍລະນີ ຟີລິບປິນ ຮ້ອງຟ້ອງ ຈີນ ຕ້ອງມີດຄຸນຄ່ານິຕິທຳ ແລະ ມີລັກສະນະຜູກຮັດສຳລັບບັນດາຝ່າຍກ່ຽວຂ້ອງ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top