
ບັນດາຜູ້ແທນຢູ່ກອງປະຊຸມ (ພາບ: TTXVN)
ທີ່ກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລືບັນດາບັນຫານິຕິກຳ, ການເມືອງ, ການທະຫານ…ທີ່ກ່ຽວຂ້ອງເຖິງບາງພາກພື້ນຂັດແຍ້ງກັນ ແລະ ປະທະກັນໃນທົ່ວໂລກ. ສ່ວນກ່ຽວຂ້ອງເຖິງບັນດາທະເລຕາເວັນອອກ, ມີນັກຮຽນຮູ້ຫຼາຍທ່ານຖືວ່າ ບັນຫານີ້ບໍ່ພຽງແຕ່ມີລັກສະນະໃນພາກພື້ນເທົ່ານັ້ນ ຫາກຍັງແມ່ນບັນຫາຂອງສາກົນ, ມີສ່ວນກ່ຽວຂ້ອງເຖິງສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມເສລີ ໃນການເດີນເຮືອໃຫ້ແກ່ທຸກປະເທດທີ່ມີຜົນປະໂຫຍດຢູ່ພາກພື້ນອີກດ້ວຍ. ສະນັ້ນ ຄວາມເອົາໃຈໃສ່ຂອງທົ່ວປະຊາຄົມສາກົນສຳລັບບັນຫາທະເລຕາເວັນອອກແມ່ນມີຄວາມຈຳເປັນທີ່ສຸດ.
ທ່ານVolodymyr Volya ນັກວິທະຍາສາດດ້ານການເມືອງ, ທັງເປັນນັກຊ່ຽວຊານກ່ຽວກັບບັນດາບັນຫາສາກົນຖືວ່າ: ສຳລັບການຂັດແຍ້ງກັນຜືນແຜ່ນດິນຍາມໃດຫວຽດນາມກໍ່ມີທັດສະນະສະເໝີຕົ້ນສະເໝີປາຍ, ຢຶດໝັ້ນ, ມີຄວາມອົດກັ້ນ, ຫຼີກລ້ຽງບັນດາການກະທຳອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ຫວຽດນາມມີແຜນນະໂຍບາຍແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຜ່ານມາດຕະການດ້ານການເມືອງ - ການທູດ, ປະຕິບັດຕາມກົດໝາຍສາກົນ.
(ແຫຼ່ງຄັດຈາກ VOV)