• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຈລະຈາລະຫວ່າງ ອາຊຽນ - ນິວຊີແລນ ຄັ້ງທີ 27

      ການເຈລະຈາ ອາຊຽນ - ນິວຊີແລນ ປະຈຳປີຄັ້ງທີ 27 ໄດ້ດຳເນີນໃນລະຫວ່າງວັນທີ 20 – 21 ກຸມພາ 2020 ຢູ່ ກຳປູເຈຍ ໂດຍມີການເຂົ້າຮ່ວມຂອງບັນດາປະເທດ ສະມາຊິກ ອາຊຽນ ແລະ ນິວຊີແລນ.

ບັນດາຫົວໜ້າຄະນະຖ່າຍຮູບລວມ (ພາບ: TTXVN) 
      ນິວຊີແລນ ໄດ້ຢັ້ງຢືນເຖິງການສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ໃນພາກພື້ນ, ຕີລາຄາສູງເອກະສານ ທັດສະນະຂອງ ອາຊຽນ ກ່ຽວກັບມະຫາສະມຸດອິນເດຍ - ປາຊີຟິກ, ສະເໜີໃຫ້ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື ຄວາມໝັ້ນຄົງ, ເສດຖະກິດ, ປະຊາຊົນ ແລະ ສິ່ງແວດລ້ອມ. ໃນນັ້ນ, ສຸມໃສ່ຮ່ວມມືຕ້ານອາດຊະຍາກຳຂ້າມຊາດ ແລະ ຄວາມໝັ້ນຄົງຢູ່ເຂດຊາຍແດນ, ສ້າງສັນຍາການບໍລິການທາງການບິນລະຫວ່າງ ອາຊຽນ - ນິວຊີແລນໃຫ້ສົມບູນແບບ, ຮ່ວມມືສ້າງສະພາບແວດລ້ອມ ແລະ ກະສິກຳແບບຍືນຍົງ, ຄຸ້ມຄອງແຫຼ່ງແມ່ນ້ຳຂອງ, ໜູ່ນຊ່ວຍການສ້າງກຳລັງຄວາມສາມາດຜ່ານບັນດາໂຄງການບຳລຸງສ້າງ ແລະ ສະໜອງທຶນການສຶກສາໃຫ້ແກ່ບັນດາປະເທດ ອາຊຽນ.
            ເມື່ອແລກປ່ຽນ ກ່ຽວກັບສະພາບການຢູ່ ສາກົນ ແລະ ພາກພື້ນ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງ ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການ ເດີນເຮືອ ແລະ ການບິນ ຢູ່ ທະເລຕາເວັນອອກ, ການປະຕິບັດ DOCຢ່າງເຂັ້ມງວດ ແລະ ຄົບຖ້ວນ, ຕັ້ງໜ້າເຈລະຈາສ້າງ COC ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top