• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວແທດຈິງຫຼາຍຢ່າງສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2/9 ຄົບຮອບ 71 ປີ


(ພາບປະກອບ)

​       ​ເນື່ອງ​ໃນ​ໂອ​ກາດ ​ສະ​ເຫຼີມ​ສະຫຼອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ຫວຽດ​ນາມ ທີ 2/9​ ຄົບ​ຮອບ 71 ປີ, ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​​ດ້ານວັດ​ທະ​ນະ​ທຳ ແລະ ກິ​ລາ ຫຼາຍ​ຢ່າງ ເພື່ອ​ແນ​ໃສ່​ສ້າງ​ບັນ​ຍາ​ກາດ​ມ່ວນ​ຊື່ນ ໃນ​ບັນ​ດາ​​ວັນ​ບຸນ​ໃຫຍ່ ​ຂອງ​ປະ​ເທດ​ຊາດ. ເປີດ​ສາກ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວນີ້​ ແມ່ນ​ລາຍ​ການສິ​ລະ​ປະ ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່ ຢູ່​ໃຈ​ກາງ​ເມືອງ​ຮ່າ​ດົງ ໃນ​ຕອນ​ຄ່ຳ​ ວັນ​ທີ 19/8. ໃນ​ວັນ​ທີ 2/9, ຈະ​ດຳ​ເນີນ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​ພ້ວມ​ກັນ ຢູ່: ສະ​ໜາມຫຼວງ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ສະ​ໜາມຫຼວງດົງ​ກິງ​ເຫ​ງ້ຍ​ທຸກ, ​ສະ​ໜາມ​ກິ​ລາ​ໝີ​ດິ່ງ, ໃຈ​ກາງ​ເທດ​ສະ​ບານ​ເຊີ​ນ​ໄຕ… ແລະ ​​ສະ​ຖານ​ທີ່​ສາ​ທາ​ລະ​ນະອີກຫຼາຍ​ແຫ່ງ ຢູ່​ໃຈ​ກາງ​​ເມືອງຕ່າງໆ. ປີນີ້, ນະ​ຄອນຫຼວງ​ຮ່າ​ໂນ້ຍ ກໍ່​ໄດ້ຈັດ​ຕັ້ງການ​ເຄື່ອນ​ໄຫວ​ດ້ານ​ວັດ​ທະ​ນະ​ທຳ, ສິ​ລະ​ປະ​ວັດ​ນະ​ຄະ​ດີຫຼາຍ​ຢ່າງ ຢູ່​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ ຮັບ​ໃຊ້​​ຊີ​ວິດທາງ​ດ້ານ​ຈິດໃຈຂອງ​ກຳ​ມະ​ກອນ. ນອ​ກ ຈາກນັ້ນ, ນະ​ຄອນຫຼວງ ​ຍັງ​ມີ​ການ​ເຄື່ອນ​ໄຫວ​ດ້ານ​ຖະ​ແຫຼງຂ່າວ, ​ໂຄ​ສະ​ນາເຜີຍ​ແຜ່ຫຼາຍ ຢ່າງ, ໂອ້​ລົມ​ສົນ​ທະ​ນາ ກ່ຽວ​ກັບ ​ຫົວ​ຂໍ້ ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ທີ 2/9 ຢູ່ບັນ​ດາ​ຂະ​ແໜງການ​ຂັ້ນ​ຕ່າງໆ; ຈັດ​ຕັ້ງ​ການ​ແຂ່ງ​ລົດ​ຖີບ ຮ່າ​ໂນ້ຍ ເປີດກວ້າງ ໃນ​ວັນ​ທີ 28/8 ຢູ່​​ບໍ​ລິ​ເວນ​ໜອງ​ຮ່​ວານ​ກ໋ຽມ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top