• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງວັນບຸນວິສາຂະບູຊາ ພສ 2561

      ເນື່ອງໃນໂອກາດສະເຫລີມສະຫລອງວັນບຸນວິສາຂະບູຊາ ພສ 2561, ຢູ່ນະຄອນຫລວງ ຮ່າໂນ້ຍ, ນັບແຕ່ຕົ້ນເດືອນ 4 ໄລ່ຕາມຈັນທະປະຕິິທິນ ມາຮອດປະຈຸບັນ, ຫລາຍທ້ອງຖິ່ນໄດ້ຈັດຕັ້ງພິທີສະເຫລີມສະຫລອງວັນບຸນດັ່ງກ່າວຕາມພິທີການປະເພນີຄື: ພິທີຖະຫວາຍທູບທຽນ, ຫົດສົງພະ ພາວະນາ ປະເທດສາດມີສັນຕິພາບ, ປະຊາຊົນມີຄວາມຢູ່ເຢັນເປັນສຸກ.

ປະຊາຊົນທຳພິທິການໃນວັນບຸນວິສາຂະບູຊາ ພສ 2561
      ພະອາຈານມະຫາ ທິກຫາຍເອີນ, ຮອງຫົວຫນ້າຜູ້ປະຈຳ, ຄະນະວັດທະນະທຳສູນກາງສະມາຄົມພຸດທະສາສະຫນາຫວຽດນາມ ໃຫ້ຮູ້ວ່າ:
        “ວັນວິສາຂະບູຊາປີນີ້ ມີສານສຳຄັນຫລາຍຢ່າງ, ເປັນຕົ້ນ ສຳລັບພຸດທະສາສະນິກະຊົນ ແມ່ນປະຕິບັດຕາມໂຄງການດຳເນີນງານຂອງສະມາຄົມພຸດທະສາສະຫນາ, ແລະ ຈັດຕັ້ງກອງປະຊຸມໃຫຍ່ພຸດທະສາສະຫນາຄັ້ງທີ 8 ດ້ວຍຫົວຂໍ້: ພູມປັນຍາ, ກົດລະບຽບ, ການເຊື່ອມໂຍງ, ພັດທະນາ. ນັ້ນແມ່ນສານໂດຍສະມາຄົມພຸດທະສາສະຫນາ ຍົກອອກມາ ເພື່ອໃຫ້ພະສົງສຳມະເນນພຸດທະສາສະນິກະຊົນກໍຄືການນຳສະພາພຸດທະສາສະຫນາຫວຽດນາມ ຕ້ອງປະຕິບັດ.”
        ໃນໂອກາດນີ້, ສະມາຄົມພຸດທະສາສະຫນາ ແຂວງ ເທື່ອທຽນເຫ້ວ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງຄື: ລາຍການສະແດງສິລະປະ, ທຳມະເທດສະຫນາ.. ສ່ວນຢູ່ ນະຄອນ ດາຫນັງ, ທີ່ບັນດາວັດວາອາຮາມກໍ່ໄດ້ຈັດພິທີພາວະນາໃຫ້ໂລກມີສັນຕິພາບ, ປະເທດຊາດສະຫງົບສຸກ. 
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top