• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເນື່ອງໃນໂອກາດວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ

ຕອນຄ່ຳວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ສື່ເອເລັກໂຕນິກກອງມູນິດຫວຽດນາມ ໄດ້ຈັດລາຍການສະແດງສິລະປະ “ດອກໄມ້ສີແດງ” ຄັ້ງທີ 11


ລາຍການສະແດງສິລະປະ “ດອກໄມ້ສີແດງ” ຄັ້ງທີ 11

(ພາບ: dangcongsan.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2018). ເຂົ້າຮ່ວມລາຍການ, ຜູ້ຊົມໄດ້ຮັບຟັງບັນດາບົດເພງໂດຍນັກສິລະປິນທີ່ມີຊື່ສຽງຫຼາຍຄົນຂັບຮ້ອງ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບຂອງຂວັນທີ່ມີຄວາມໝາຍເຖິງບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ແມ່ຫວຽດນາມ ວິລະຊົນ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.

        ຕອນຄ່ຳວັນທີ 20 ກໍລະກົດ, ຢູ່ເທດສະບານເມືອງ ກວາງຈິ, ແຂວງກວາງຈິ, ສະມາຄົມນັກຮົບກ່ຳແພງເກົ່າກວາງຈິ ປີ 1972 ໄດ້ຈັດວັນບຸນລອຍກະໂທງຢູ່ລຳແມ່ນ້ຳ ແທັກຫ້ານ, ສະແດງຄວາມຮູ້ບຸນຄຸນບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງວັນບຸນລອຍກະໂທງ ໄດ້ມອບເຮືອນແຫ່ງສາຍຈິດມິດໃຈ 32 ຫຼັງ ດ້ວຍມູນຄ່າ 50 ລ້ານນດົ່ງ/ຫຼັງ ໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.

        ໃນວັນທີ 20 ກໍລະກົດ, ຢູ່ນະຄອນຟານຣາງ - ທາບຈ່າມ, ສະມາຄົມນັກຮົບເກົ່າແຂວງ ນິງທ້ວນ ໄດ້ສົມທົບກັບກອງທຶນສັນຕິພາບໝີລາຍ ຈັດພິທີມອບ “ເຮືອນແຫ່ງສາຍໃຈເພື່ອນຮ່ວມກົມກອງ” 10 ຫຼັງໃຫ້ສະມາຊິກສະມາຄົມນັບຮົບເກົ່າທີປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ.

(ແຫຼ່ງຄັດຈາກ VOV)


ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top