• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະແລກປ່ຽນວັດທະນະທຳ ລະຫວ່າງນຶກສຶກສາປະເທດຕ່າງໆຢູ່ລາວ ຄັ້ງທີ 1

ງານ​ແລກ​ປ່ຽນ​ປ່ຽນ​ວັດ​ທະ​ນະ​ທຳ​ນັກ​ສຶກ​ສາ​ນາໆ​ຊາດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ
      ຕອນ​ເຊົ້າ​ວັນ​ທີ 17/2, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ​ທີ່​ນະ​ຄອນຫຼວງວຽງ​ຈັນ​ໄດ້​ດຳ​ເນີນ​ງານ​ພົບ​ປະ​ແລກ​ປ່ຽນ ແນະ​ນຳ​ຈຸດ​ພິ​ເສດ​ສະ​ເພາະ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ນັກ​ສຶກ​ສາ​ປະ​ເທດ​ຕ່າງໆ​ຊຶ່ງ​ພວມ​ຮ່ຳ​ຮຽນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ.  ເຂົ້າ​ຮ່ວມ​ການ​ພົບ​ປະ​ແລກ​ປ່ຽນ​ມີ​ບັນ​ດາ​ນັກ​ສຶກ​ສາ​ລາວ, ຫວຽດ​ນາມ, ກຳ​ປູ​ເຈຍ, ສ. ເກົາຫຼີ, ຈີນ. ໂຮ່​ເຢືອງ ນັກ​ສຶກ​ສາ​ຫວຽດ​ນາມ​ປີ​ທີ 3 ພະ​ແນກ​​ວັນ​ນະ​ຄະ​ດີພາ​ສາ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ ເປີດ​ເຜີຍ​ວ່າ :
     “ເຂົ້າ​ຮ່ວມ​ການ​ພົບ​ປະ​ແລກ​ປ່ຽນໃນ​ຄັ້ງ​ນີ້, ພວກ​ນ້ອງ​ຢາກແນະ​ນຳ​ຈຸດ​ພິ​ເສດ​ສະ​ເພາະ​ທາງ​ດ້ານ​ວັດ​ທະ​ນະ​ທຳຂອງ​ຫວຽດ​ນາມ​ໃຫ້​ແກ່​ບັນ​ດາ​ເພື່ອນ​ມິດ​ສາ​ກົນ​ອ, ນັກ​ສຶກ​ສາ, ຄູ່​ອາ​ຈານ​ພວມ​ສິດ​ສອນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ. ໃນ ​ການ​ພົບ​ປະ​ແລກ​ປ່ຽນ, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ ມີ 3 ລາຍ​ການ​ເຊັ່ນ: ລາຍ​ການ​ແນະ​ນຳ​ອາ​ຫານ​ການ​ກິນ​ຂອງ​ຫວຽດ​ນາມ, ລາຍ​ການ​ສະ​ແດງ​ຊຸດ​ອາ​ພອນ​ພື້ນ​ເມືອງ ແລະ ລາຍ​ການ​ຟ້ອນ ແລະ ຂັບ​ຮ້ອງ.  ”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top