• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະຊຸມຂ່າວປະກາດຜົນກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14

      ພາຍຫຼັງວາລະອັດ ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14, ທ່ານເລຂານຸການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຫ້ງຟຸກ ໄດ້ເປັນເຈົ້າພາບຈັດການປະຊຸມຂ່າວ ປະກາດຜົນກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14.

ການປະຊຸມຂ່າວປະກາດຜົນ ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14
(ພາບ: VGP)
      ທີ່ການປະຊຸມຂ່າວ, ທ່ານຮອງເລຂານຸການສະພາແຫ່ງຊາດ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ເລໂບ້ລິ້ງ ໃຫ້ຮູ້ວ່າ: ພາຍຫຼັງເຮັດວຽກຢ່າງຮີບເຮັ່ງມາເປັນເວລາ 26 ວັນ, ຮັບຮອງເອົາ ກົດໝາຍ 6 ສະບັບທີ່ມີຄວາມໝາຍສຳຄັນຕໍ່ການພັດທະນາປະເທດຊາດ. ສະພາແຫ່ງຊາດກໍ່ໄດ້ປຶກສາຫາລື ແລະ ໃຫ້ຄຳເຫັນໃສ່ຮ່າງກົດໝາຍອື່ນ 9 ສະບັບ, ຮັບຮອງເອົາ 3 ມະຕິກ່ຽວກັບເສດຖະກິດ - ສັງຄົມ ແລະ ງົບປະມານຂອງລັດ. ສະພາແຫ່ງຊາດກໍ່ໄດ້ພິຈາລະນາບົດລາຍງານສຳຄັນຫຼາຍບົດ ກໍ່ຄືຮັບຮອງເອົາມະຕິສຳຄັນຈຳນວນໜຶ່ງ, ໃນນັ້ນມີບັນດານະໂຍບາຍບຸກທະລຸ, ມີການກະທົບຢ່າງໃຫຍ່ຫຼວງເຖິງການພັດທະນາເສດຖະກິດສັງຄົມຂອງປະເທດ.
        ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງແກ່ຍາວເວລາຮັບຮອງເອົາກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ). ທ່ານເລຂານຸການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຫ້ງຟຸກ ຖືວ່າ: ນີ້ແມ່ນກົດໝາຍທີ່ຍັງມີຫຼາຍຄວາມເຫັນແຕກຕ່າງກັນ ແລະ ກ່ຽວຂ້ອງເຖິງບັນດາຂໍ້ກຳນົດກ່ຽວກັບການແຈ້ງຊັບສິນ, ການຕິດຕາມກວດກາຄືແນວໃດ ແລະ ເປົ້າໝາຍແຈ້ງຊັບສິນບັດແມ່ນຄືແນວໃດ, ສະນັ້ນກົດໝາຍຈະໄດ້ຮັບການຮັບຮອງເອົາຕາມຂັ້ນຕອນຂອງ 3 ກອງປະຊຸມສະໄໝສາມັນ ເພື່ອຮັບປະກັນຄວາມລະມັດລະວັງ, ລະອຽດຮຽບຮ້ອຍ.
        ແລະກໍ່ຢູ່ທີ່ການປະຊຸມຂ່າວ, ທ່ານ ຫງວຽນແຫ້ງຟຸກ ໄດ້ຕອບ ແລະ ເຮັດແຈ້ງຫຼາຍເນື້ອໃນທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມຄັ້ງນີ້ ກໍ່ຄືລັກສະນະໂຕ້ວາທີໃນບັນດາວາລະປຶກສາຫາລືຢູ່ສະພາແຫ່ງຊາດ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top