• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນໍາພັກ, ລັດວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ

ໂດຍເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27/7/1947 – 27/07/2018), ຕອນເຊົ້າວັນທີ 27 ກໍລະກົດ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ (ຢູ່ຖະໜົນບັກເຊີນ - ຮ່າໂນ້ຍ) ແລະ ເຂົ້າໄວ້ອາໄລປະທານໂຮ່ຈີມິນ.


ການນໍາພັກ, ລັດວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ

(ພາບ:TTXVN)

ເຂົ້າຮ່ວມພິທີໄວ້ອາໄລລວມມີ: ທ່່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ທ່ານ ເລຂາຟຽວ ແລະ ທ່ານນົງດຶກແມ້ງ ອະດີດເລຂາທິການໃຫຍ່; ທ່ານເຈີນດ້າຍກວາງ ປະທານປະເທດ; ທ່ານ ເຈີນດຶກເລືອງ ອະດີດປະທານປະເທດ; ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ; ທ່ານ ຫງວຽນເຕິນຢຸງ ອະດີດນາຍົກລັດຖະມົນຕີ; ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ; ທ່ານ ຫງວຽນວັນອານ ອະດີີດປະທານສະພາແຫ່ງຊາດ ແລະ ທ່ານ ເຈີນແທັງເໝິນ ປະທານຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ.

ໃນພວງມາລາຂອງຄະນະມີແຖວຕົວໜັງສືຂຽນວ່າ “ຈາລຶກບຸນຄຸນຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຈົນຊົ່ວກາລະນານ” ບັນດາການນໍາພັກ, ລັດ ໄດ້ກົ້ມຫົວໄວ້ອາໄລ ຕໍ່ດວງວິນຍານຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ - ບຸກຄົນຜູ້ດີເດັ່ນຂອງປະເທດຊາດ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອຢ່າງອົງອາດກະຫານເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອລັດທິສັງຄົມນິຍົມ ແລະເພື່ອພັນທະສາກົນອັນສູງສົ່ງ. ຫຼັງຈາກນັ້ນ, ຄະນະການນໍາພັກ, ລັດ ກໍໄດ້ໄປວາງພວງມາລາ, ເຂົ້າໄວ້ອາໄລຢູ່ສຸສານປະທານໂຮ່ຈິີມິນ, ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຂອງເພິ່ນຕໍ່ພາລະກິດແຫ່ງການປະຕິວັດອັນສະຫງ່າລາສີຂອງພັກ ແລະ ຊາດຫວຽດນາມ.

        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ບັນດາຄະນະຂັ້ນສູນກາງ ແລະ ນະຄອນຮ່າໂນ້ຍ ກໍໄດ້ໄປວາງພວງມາລາ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີ ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ເຂົ້າສຸສານໄວ້ອາໄລຫາປະທານໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top