• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳລັດຖະບານຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ຫງວຽນວັນລິງແລະທ່ານນາຍົກລັດຖະມົນຕີຟ້າມວັນດົ່ງ

ເນື່ອງໃນໂອກາດບຸນປີໃໝ່ປີຈໍ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ໄປຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນວັນລິງ.

 
ການນຳລັດຖະບານຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ຫງວຽນວັນລິງ

(ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ອາໄລຫາການນຳທີ່ກ້າຄິດກ້າທຳ ແລະ ໄດ້ມີບັນດາການປະກອບສ່ວນສຳຄັນເຂົ້າໃນພາລະກິດປ່ຽນແປງໃໝ່ຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ທ່ານນາງ ໂງທິເຫ້ວ, ພັນລະຍາຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ, ເຊິ່ງປີນີ້ມີອາຍຸ 100 ກວ່າປີແລ້ວ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຖະຫວາຍທູບທຽນອາໄລຫາທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ, ເຊິ່ງຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີນັບແຕ່ປີ 1955 – 1987.

(ແຫຼ່ງຄັດຈາກ VOV)


ຮັກ​ສາ​ອາ​ຊີບ​ຜະ​ລິດ​ເຂົ້າ​ໜົມ​ກູ​ເດີ​ພື້ນ​ເມືອງ​ຢູ່​ແຂວງ ຫ່າ​ຕິ້ງ

ຮັກ​ສາ​ອາ​ຊີບ​ຜະ​ລິດ​ເຂົ້າ​ໜົມ​ກູ​ເດີ​ພື້ນ​ເມືອງ​ຢູ່​ແຂວງ ຫ່າ​ຕິ້ງ

ກິ່ນຫອມຂອງຖົ່ວດິນ, ຂີງ ປະສົມກັບນ້ຳຕານອ້ອຍ ໄດ້ສ້າງເປັນລົດຊາດຫອມແຊບ, ເຮັດໃຫ້ລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດບໍ່ອາດລືມເມື່ອໄດ້ກິນເຂົ້າໜົມ ກູເດີ ຫ່າຕິ້ງ. ດ້ວຍລົດຊາດພິເສດສະເພາະ, ເຂົ້າໜົມກູເດີ ໄດ້ຢັງຢືນເຄື່ອງໝາຍການຄ້າໃນແຜນທີ່ອາຫານການກິນແຫ່ງຊາດ, ໄດ້ຮັບການເຊີດຊູໃນ “Top 100 ເຍື່ອງອາຫານ, ຂອງຕ້ອນພິເສດຂອງ ຫວຽດນາມ”.

Top