• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳນະຄອນຮ່າໂນ້ຍ, ນະຄອນໂຮ່ຈິມີນລົງຢ້ຽມຢາມ,ອວຍພອນບຸນເຕັດບັນດາອົງການສາສະຫນາ

ຕອນບ່າຍວັນທີ 1 ກຸມພາ, ທ່ານ ຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ລົງຢ້ຽມຢາມ ອວຍພອນບຸນເຕັດ ສະມາຄົມສາສະຫນາໂປແຕດສະຕັງ ຢູ່ພາກເຫນືອ ແລະ ສະມາຄົມສາສະຫນາໂປແຕດສະຕັງ ນະຄອນຮ່າໂນ້ຍ.


ທ່ານ ຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ມອບຂອງຂວັນບຸນເຕັດໃຫ້  

ພໍ່ແມ່ປະຊາຊົນເຊື່ອຖືສາສະຫນາໂປແຕດສະຕັງ.ພາບ:kinhtedothi

ກ່າວຄຳເຫັນນະທີ່ນີ້ ທ່ານ ຫງວຽນດຶກຈູງ ສະແດງຄວາມຂອບອົກຂອບໃຈ ບັນດາຄູນພໍ່, ພໍ່ແມ່ປະຊາຊົນເຊື່ອຖືສາສະຫນາໂປແຕດສະຕັງຫວຽດນາມ (ຢູ່ ພາກເຫນືອ) ໃນໄລຍະຜ່ານມາຍາມໃດກໍ່ຮ່ວມເດີນທາງພ້ອມກັບນະຄອນໃນການເຄື່ອນໄຫວຫລາຍຢ່າງ, ປະກອບສ່ວນຊ່ວຍນະຄອນປະຕິບັດສຳເລັດຄາດໝາຍເສດຖະກິດ ສັງຄົມຢ່າງຮອບດ້ານ, ເປັນຕົ້ນໃນການເບິ່ງແຍງ, ກວດປິ່ນປົວພະຍາດໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ໃນບໍລິເວນ.

ສ່ວນຢູ່ນະຄອນ ໂຮ່ຈິມີນ, ຕອນເຊົ້າວັນດຽວກັນ ຄະນະຜູ້ແທນຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ  ໂດຍທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ນຳຫນ້າ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດບັນດາອົງການສາສະຫນາ, ຜູ້ມີຍົດສັກຕຳແຫນ່ງທາງສາສະຫນາຢູ່ ນະຄອນໂຮ່ຈິມີນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top