• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວ​ງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຄວາມຕັດສິນໃຈຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ດ້ານ​ການ​ເມືອງ​ໃຫ້ຄົບ​​​ຊຸດ, ປະ​ສິດ​ທິ​ຜົນ

ໃນວັນທີ 11 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ຫວຽດນາມ ອາຍຸການ 2020-2025.

ທ່ານ ຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ (ພາບ: VGP)

ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສະພາບການໂລກ ແລະ ພາກພື້ນຄາດວ່າຈະສືບຕໍ່ຜັນປ່ຽນໄວທີ່ສຸດ, ຍາກທີ່ຄາດຄະເນລ່ວງໜ້າໄດ້. ສະນັ້ນ, ການພົວພັນຕ່າງປະເທດຕ້ອງສືບຕໍ່ເສີມຂະຫຍາຍບົດບາດນຳໜ້າໃນການຢຶດໝັ້ນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຍາດແຍ່ງບັນດາແຫຼ່ງກຳລັງຈາກພາຍນອກສຸດຂີດເພື່ອພັດທະນາ, ຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງປະເທດ.

ພວກເຮົາຕ້ອງເສີມຂະຫຍາຍທີ່ຕັ້ງບົດບາດ ແລະ ກຳລັງແຮງຂອງປະເທດ, ມູນເຊື້ອສະຫງ່າອົງອາດຂອງຂະແໜງການຕ່າງປະເທດໃນ 75ປີຜ່ານມາເພື່ອຜ່ານຜ່າສິ່ງທ້າທາຍ, ຍາດແຍ່ງກາລະໂອກາດສືບຕໍ່ປະຕິບັດບົດບາດນຳໜ້າໃນການຢຶດໝັ້ນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຄວາມສະດວດໃຫ້ແກ່ກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ ໃນອາຍຸການຈະມາເຖິງ, ວຽກງານກໍ່ສ້າງອົງຄະນະພັກຂະແໜງການຕ່າງປະເທດຕ້ອງເອົາໃຈໃສ່ເປັນພິເສດ, ມີຄວາມໝັ້ນທ່ຽງດ້ານການເມືອງແນວຄິດ, ເປັນເອກະພາບດ້ານເຈດຈຳນົງ ແລະ ການປະຕິບັດ, ການຈັດຕັ້ງເຄັ່ງຄັດເພື່ອຊີ້ນຳທົ່ວຂະແໜງການຕ່າງປະເທດສຳເລັດໜ້າທີ່ເຊິ່ງພັກ, ລັດໄດ້ມອບໝາຍໃຫ້ແກ່ກະຊວງການຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ອາ​ເມ​ລິ​ກາ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ​ບ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ນັບ​ມື້​ນັບ​ແທ້​ຈິງ, ເລິກ​ເຊິ​່ງກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ

Top