• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດນາມ - ສະຫະພັນ ​ລັດ​ເຊຍ ຮ່ວມ​ມື​ກັນ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

ວັນທີ 22 ເມສາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມໄດ້ເປັນປະທານຮ່ວມຈັດຕັ້ງການແລກປ່ຽນຜ່ານທາງອອນລາຍກັບກະຊວງປ້ອງກັນປະເທດສະຫະພັນລັດເຊຍກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ການແລກປ່ຽນຜ່ານທາງອອນລາຍ

ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມກັບກະຊວງປ້ອງກັນປະເທດສະຫະພັນລັດເຊຍ (ພາບ: TTXVN)  


ໃນສະພາບການໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ, ສອງຝ່າຍໄດ້ເຫັນດີເປັນເອກະພາບໂດຍຖືນີ້ແມ່ນໄພນາບຂູ່ລວມຂອງມວນມະນຸດ, ຍົກສູງບົດບາດ, ຄວາມມານະພະຍາຍາມຂອງປະຊາຄົມສາກົນໃນໄລຍະຜ່ານມາ.

        ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາການແລກປ່ຽນປະສົບການຜ່ານທາງອິນເຕີແນັດ, ຊຸກຍູ້ບາງເນື້ອໃນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີການແລກປ່ຽນນັກຊ່ຽວຊານໃນຂົງເຂດເຕັກໂນໂລຢີ, ການແພດ, ຊີວະສາດ; ສະໜອງອຸປະກອນການແພດປ້ອງກັນ, ສະກັດກັ້ນ; ສະໜອງຢຸກຢາເພື່ອປິ່ນປົວ; ຊຸກຍູ້ການຮ່ວມມືໂດຍກົົງລະຫວ່າງບັນດາຮາກຖານຄົ້ນຄວ້າຂອງທັງສອງຝ່າຍ.

        ກ່ອນໜ້ານັ້ນ, ກະຊວງປ້ອງກັນປະເທດຫວຽດນາມ ກໍໄດ້ມອບຊຸດປ້ອງກັນພະຍາດ, ອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຈໍານວນໜຶ່ງໃຫ້ແກ່ ສະຖານທູດ ສະຫະພັນລັດເຊຍ ປະຈໍາ ຮ່າໂນ້ຍ.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top