• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງຕຳຫຼວດຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ການຮ່ວມ​ມື​ລະຫວ່າງ ກະຊວງ​ຕຳຫຼວດຫວຽດນາມ ​
ແລະ ກະຊວງ​ປ້ອງ​ກັນ​ຄວາມສະຫງົບ​ລາວ
(ພາບ: vietnam+)
      ​ໃນ​ຂອບ​ເຂດການຮ່ວມ​ມື​ລະຫວ່າງ ກະຊວງ​ຕຳຫຼວດຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມສະຫງົບ​ລາວ, ​ແຕ່​ວັນ​ທີ 13-16/2, ຄະນະ​ຜູ້​ແທນ​ຂັ້ນ​ສູງກະຊວງ​ຕຳຫຼວດຫວຽດນາມ ​ໂດຍ​ທ່ານ ພົນ​ໂທ ຫງວຽນວັນ​​ແທ່ງ, ຮອງ​ລັດຖະມົນຕີ​ ກະຊວງ​ຕຳຫຼວດ ຫວຽດນາມ ນຳໜ້າ, ມີ​ການ​ຢ້ຽມຢາມ ​ແລະ ​ເຮ​ັດວຽກ ຢູ່ ສາທາລະນະ​ລັດ ປະຊາ​ທີ​ປະ​ໄຕ ປະຊາຊົນ ​ລາວ.
        ທີ່​ການ​ພົບ​ປະ​ເຈລະຈາ​ທີ່ດຳ​ເນີນ​​ໃນ​ຕອນ​ບ່າຍ​ວັນ​ທີ 15/2, ລະຫວ່າງ ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມສະຫງົບ​ ​ລາວ ​ໂດຍ​ທ່ານ ສີນ​ທະວົງ ​ໄຊ​ຍະກ​ອນ ຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ຄວາມສະຫງົບ​ ​ລາວ ນຳໜ້າ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນນຳ​ກັນ​ວ່າ, ໃນ​ປີ 2017​ ຈະສືບຕໍ່ຮັກສາ ​ແລະ ​ເພີ່ມ​ທະວີການພົບ​ປະ​ຂັ້ນ​ສູງ​ລະຫວ່າງ ສອງ​ກະຊວງ, ລະຫວ່າງ ບັນດາ​ກົມ​ກອງ, ຕຳຫຼວດທ້ອງ​ຖິນ ​ເພື່ອ​ແນ​ໃສ່​ແລກປ່ຽນຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ​ ໃນການຕໍ່ສູ້ ປ້ອງກັນຕ້ານອາດຊະຍາກຳຕ່າງໆ; ​ເພີ່ມ​ທະວີ​ການຮ່ວມ​ມື​ສຶກສາ, ​ບຳລຸງ​ສ້າງ​ພະນັກງານ ພະລາທິການ - ​ເຕັກນິກ. ສອງ​ຝ່າຍ ທາ​ບທາມ​ຄວາມ​ເຫັນ,​ ສະໜັບສະໜູນ​ເຊີ່ງ​ກັນ​ແລະ​ກັນ ຢູ່​ບັນດາ​ເວທີ​ປາ​ໃສ​ສາກົນ, ​ໃນ​ພາກ​ພື້ນ​ກ່ຽວກັບ ການປ້ອງກັນຕ້ານອາດຊະຍາກຳ ​ແລະ ບັນດາ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ມູນ​ເຊື້ອ. ສອງ​ຝ່າຍ​ສົມທົບ​ກັນສົ່ງ​ເສີມ​ການ​​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວສະ​ເຫຼີມສະຫຼອງ ວັນສ້າງ​ຕັ້ງ​ການ​ພົວພັນ​ທາງການ​ທຸດ ຫວຽດນາມ - ລາວຄົບຮອບ 55 ປີ  ​ແລະ ວັນລົງ​ນາມ​ໃນສົນທິສັນຍາ​ມິດຕະພາບ ​ແລະ ການຮ່ວມ​ມື ຫວຽດນາມ - ລາວ ຄົບຮອບ 40 ປີ ຢ່າງ​ມີ​ປະ​ສິດທິ​ຜົນ.
        ​ໃນ​​ໄລຍະ​ຢ້ຽມຢາມ ​ແລະ ​ເຮ​ດວຽກ ຢູ່​ລາວ, ທ່ານ ຫງວຽນວັນ​​ແທ່ງ ຮອງ​ລັດຖະມົນຕີ​ ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງກະຊວງ ຕຳຫຼວດ ຫວຽດນາມ ​ເຂົ້າຢ້ຽມຂຳນັບ ທ່ານ ພົນ​ຕີ ສົມ​ແກ້ວ ສີ​ລາ​ວົງ, ລັດຖະມົນຕີ​ກະຊວງປ້ອງ​ກັນ​ຄວາມສະຫງົບ​​ລາວຕາມ​ພິທີການ​ທູດ; ຢ້ຽມຢາມ ​ການ​ນຳ ​ແລະ ອາ​ດິກ​ການ​ນຳ​ພັກ, ລັດ​ລາວ ຈຳນວນໜື່ງ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top