• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການເງິນຕ້ອງເກັບລາຍຮັບງົບປະມານແຫ່ງລັດຢ່າງຂ້ຽວຂາດ


ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

      ຕອນ​ບ່າຍ​ວັນ​ທີ 6/1, ກ່າວ​ຄຳ​ເຫັນ​ຊີ້​ນຳ​ວຽກ​ງານ​ປີ 2017 ຂອງ​ຂະ​ແໜງ​ການ​ເງິນ, ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໄດ້​ຕີ​ລາ​ຄາ​ສູງ​ການ​ເກັບ​ລາຍ​ຮັບ​ງົບປະ​ມານ​ສູນ​ກາງ​ປີ 2016 ລື່ນ​ກາຍ 7,8% ຂອງ​ແຜນ​ການ​ຊຶ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ສູງ​ຂອງ​ຂະ​ແໜງ​ການ​ເງິນ. ໝາກ​ຜົນ​ນີ້​ຮັບ​ປະ​ກັນ​ລາຍ​ຈ່າຍ​ງົບ​ປະ​ມານ​ສູນ​ກາງ, ໃນ​ນັ້ນ​ມີ​ການ​ຈ່າຍ​ເງິນ​ເດືອນ, ຊຳ​ລະ​ໜີ້ ແລະ ໃຊ້​ຈ່າຍ​ໂດຍ​ດ່ວນ. ກ່ຽວ​ກັບ​ໜ້າ​ທີ່ ປີ 2017, ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ :
  “ ກະ​ຊວງ​ການ​ເງິນ​ໃນ​ປີ 2017 ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ເຄື່ອງ​ມື, ນະ​ໂຍ​ບາຍ​ປີ​ງົບ​ປະ​ມານ​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ທ​ຽງ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ທັງ​ຕ້ອງ​ມີ​ການ​ປະ​ຕິ​ຮູບ​ຢ່າງ​ບຸກ​ທະ​ລຸ​ໃນ​ການ​ເກັບ ແລະ ຈ່າຍ​ງົບ​ປະ​ມານເພື່ອຫຼຸດ​ຜ່ອນ​ສະ​ພາບ​ລາຍ​ຈ່າຍ​ເກີນດຸ່ນ, ຄວມ​ຄຸມ​ໜີ້​ສາ​ທາ​ລະ​ນະ​ຢ່າງ​ຮັດ​ກຸ່ມ, ຮັບ​ປະ​ກັນ​ຄວາມ​ສາ​ມາດ​ຊຳ​ລະ​ໜີ້, ພ້ອມ​ກັນ​ນັ້ນ ກໍ​ປະ​ກອບ​ສ່ວນ​ບັນ​ລຸ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ທີ່​ໄດ້​ວາງ​ອອກ. ນີ້​ກໍ​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຊຶ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຕາງ​ໜ້າ​ລັດ​ຖະ​ບານມອບ​ໝາຍ​ໃຫ້​ກະ​ຊວງ​ການ​ເງິນ ”.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top