• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການຕ່າງປະເທດຫວຽດນາມອອກສຽງຕໍ່ການເຄື່ອນໄຫວຂອງຈີນຢູ່ທະເລຕາເວັນອອກ

ວັນທີ 5 ທັນວາ ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ດຳເນີນທີ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງຈີນ ຜັນຂະຫຍາຍບານລູນອາກາດສຳຫລວດຢູ່ ເກາະຫີນ ແວ່ງຄັນ ທະເລຕະເວັນອອກ ແລະ ເລື່ອງກຳປັ່ນຕຳຫລວດທະເລຂອງຈີນ ເຄື່ອນໄຫວຢູ່ ທະເລຕາເວັນອອກໃນວັນທີ 29 ພະຈິກ.

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ ຫວຽດນາມ ມີພື້ນຖານນິຕິທຳ ແລະ ພະຍານຫລັກຖານປະຫວັດສາດຫວຽດນາມຢ່າງຄົບຖ້ວນເພື່ອຢັ້ງຢືນ ອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ສອດຄ່ອງກັບກົດໝາຍສາກົນ. ຫວຽດນາມ ສະເຫນີບັນດາຝ່າຍກ່ຽວຂ້ອງເຄົາລົບອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານຂອງຫວຽດນາມ, ເຄົາລົບກົດໝາຍສາກົນຢ່າງເຂັ້ມງວດ ແລະ ມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ສ້າງສາ, ຮັກສາຄວາມສະຫງົບປອດໄພ, ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນຢູ່ທະເລຕາເວັນອອກ.

ກ່ຽວກັບຂໍ້ມູນຂ່າວກ່ຽວຂ້ອງເຖິງເລື່ອງກຳປັ່ນຂອງຈີນ ໄປເຂົ້າເຂດທະເລ ຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ຈະເກັບກຳຂໍ້ມູນຂ່າວ. ທຸກການເຄື່ອນໄຫວຢູ່ເຂດທະເລຫວຽດນາມ ຕ້ອງເຄົາລົບບັນດາຂໍ້ກຳນົດຂອງ UNCLOS 1982 ແລະ ບັນດາຂໍ້ກຳນົດກ່ຽວຂ້ອງຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ, ປະທານປະເທດແຫ່ງ ສປປ. ລາວ ພ້ອມດ້ວຍພັນລະຍາ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ລະຫວ່າງວັນທີ 26 - 27 ມັງກອນ.

Top