• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ວິສາມັນຂອງ CPP ໄດ້ວາງອອກຫລາຍຂໍ້ຕົກລົງທີ່ສຳຄັນ

      ກົນອຸບາຍຈັດຕັ້ງການ “ປະຕິວັດສີ” ຂອງພັກຝ່າຍຄ້ານກູ້ຊາດ (CNRP) ແນໃສ່ໂຄ່ນລົ້ມລັດຖະບານ ໄດ້ຮັບການສະກັດກັ້ນຢ່າງທັນການ, ຖືກຕ້ອງຕາມກົດໝາຍ ແລະ ມີປະສິດທິຜົນ. 

 ທ່ານປະທານ CPP, ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Hun Sen
      ພາຍຫລັງໄດ້ດຳເນີນຢູ່ນະຄອນຫລວງ ພະນົມເປັນ ເປັນເວລາ 3 ວັນ (ແຕ່ວັນທີ 19 – 21 ມັງກອນ), ກອງປະຊຸມໃຫຍ່ວິສາມັນສະຫລຸບອາຍຸການ 2013 – 2018  ແລະ ວາງອອກທິດທາງ, ໜ້າທີ່ອາຍຸການ 2018 – 2023 ຂອງພັກປະຊາຊົນ ກຳປູເຈຍ (CPP) ກຳ ອຳນາດໄດ້ສິ້ນສຸດລົງໃນຕອນບ່າຍວັນທີ 21 ມັງກອນ, ພາຍໃຕ້ການເປັນປະທານຂອງທ່ານປະທານ CPP, ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Hun Sen.
        ພາຍຫລັງກອງປະຊຸມໃຫຍ່, CPP ໄດ້ອອກຂໍ້ຕົກລົງສຳຄັນຂອງກອງປະຊຸມໃຫຍ່ 7 ສະບັບ, ໃນນັ້ນ ຢັ້ງຢືນວ່າ ກົນອຸບາຍຈັດຕັ້ງການ “ປະຕິວັດສີ” ຂອງພັກຝ່າຍຄ້ານກູ້ຊາດ (CNRP) ແນໃສ່ໂຄ່ນລົ້ມລັດຖະບານ ໄດ້ຮັບການສະກັດກັ້ນຢ່າງທັນການ, ຖືກຕ້ອງຕາມກົດໝາຍ ແລະ ມີປະສິດທິຜົນ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງເພີ່ມເຕີມຄະນະບໍລິຫານງານສູນກາງພັກ ແຕ່ 545 ສະມາຊິກຂຶ້ນເຖິງ 865 ສະມາຊິກ, ໃນນັ້ນ ເລືອກຕັ້ງໃໝ່ 342 ສະມາຊິກ.
        ກອງປະຊຸມໃຫຍ່ໄດ້ດຳເນີນໃນສະພາບການທີ່ພັກ CPP ພວມສືບຕໍ່ຊີ້ນຳນຳພາປະເທດຊາດ ໃນສຸດທ້າຍຂອງອາຍຸການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 (2013 - 2018) ແລະ ກະກຽມໃຫ້ການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ໃນວັນທີ 29 ກໍລະກົດ 2018.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top