• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີເນັດທົ່ວປະເທດ ກ່ຽວກັບການຊຸກຍູ້ການຈັດແບ່ງ ແລະ ປ່ອຍເງິນລົງທຶນພາກລັດ ປີ 2019

ຕອນເຊົ້າວັນທີ 26 ກັນຍາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີເນັດທົ່ວປະເທດ ກ່ຽວກັບການຊຸກຍູ້ການຈັດແບ່ງ ແລະ ປ່ອນເງິນລົງທຶນພາກລັດປີ 2019.

 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: chinhphu.vn)

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ນັບແຕ່ຫຼາຍປີມານີ້, ການປ່ອຍເງິນລົງທຶນພາກລັດຍັງຊັກຊ້າ, ສົ່ງຜົນກະທົບບໍ່ດີເຖິງການພັດທະນາເສດຖະກິດສັງຄົມ. ໂດຍເນັ້ນໜັກເຖິງບົດບາດສໍາຄັນຂອງການລົງທຶນພາກລັດສໍາລັບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ, ໃນນັ້ນ ມີການກໍ່ສ້າງບັນດາກິດຈະກໍາພື້ນຖານໂຄງລ່າງທີ່ສໍາຄັນ, ປ່ຽນແປງໂສມໜ້າຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ເງິນລົງທຶນພາກລັດ ກວມເອົາ 10,7% ຂອງມູນຄ່່າ GDP, 32% ຍອດລະດັບເງິນລົງທຶນທັງໝົດໃນທົ່ວສັງຄົມ (ປີ 2019). ທ່ານນາຍົກລັດຖະມົນຕີ ກ່າວວ່າ:

        “ທີໜຶ່ງແມ່ນ ເລື່ອງປ່ອຍເງິນລົງທຶນພາກລັດໄດ້ສົ່ງຜົນສະທ້ອນເຖິງລະດັບເຕີບໂຕເສດຖະກິດ, ດັ່ງນັ້ນ ເງິນລົງທຶນແມ່ນໜຶ່ງໃນບັນດາປັດໄຈສໍາຄັນສໍາລັບການເຕີບໂຕ. ທີສອງແມ່ນເງິນລົງທຶນພາກລັດແມ່ນໜຶ່ງໃນບັນດາແຫຼ່ງກໍາລັງຂອງບັນດາໂຄງການໃຫຍ່, ບັນດາພື້ນຖານໂຄງລ່າງສໍາຄັນ ຖ້າຫາກປ່ອຍງົບປະມານຊັກຊ້າ ຈະເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ ແລະ ຜູ້ອຸປະຖໍາຫຼຸດລົງ”.

        ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງວ່າ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຄວນເຮັດແຈ້ງສາເຫດພາວະວິໄສ ແລະ ອັດຕະວິໄສ ທີ່ພາໄປເຖິງການປ່ອຍເງິນລົງທຶນພາກລັດຢ່າງຊັກຊ້າ, ສະເໜີບັນດາມາດຕະການແກ້ໄຂເພື່ອຍູ້ໄວການປ່ອຍເງິນດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top