• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເທື່ອທີສອງ ສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13

      ຕອນເຊົ້າວັນທີ 5 ມີນາ, ສະພາປະຊາຊົນແຫ່ງຊາດຈີນ ໄດ້ ຈັດກອງປະຊຸມເທື່ອທີສອງ ສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ຢູ່ນະຄອນຫຼວງປັກກິ່ງ.

ກອງປະຊຸມເທື່ອທີສອງ ສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 (ພາບ: People.cn)
      ເຂົ້າຮ່ວມກອງປະຊຸມ ມີ ທ່ານສີຈີ້ນຜິງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ທ່ານ ນາຍົກລັດຖະມົນຕີ ຫລີເຄີ້ສຽງ  ພ້ອມດ້ວຍຜູ້ແທນປະຊາຊົນທົ່ວປະເທດ ເປັນຈຳນວນຫລວງຫລາຍ. ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນຂຶ້ນຜ່ານບົດລາຍງານວຽກງານຂອງລັດຖະບານໃນໜຶ່ງປີທີ່ຜ່ານມາໃນກອງປະຊຸມ, ໃນນັ້ນ ເນັ້ນຫນັກເຖິງ ບັນດາຄາດໝາຍພັດທະນາເສດຖະກິດ ສັງຄົມ ທີ່ບັນລຸໄດ້ໃນປີຜ່ານມາ ແລະ ວາງອອກແຜນການໃຫ້ປີ 2019 ແລະ ປີຕໍ່ໄປ. ກອງປະຊຸມຈະດຳເນີນໃນເວລາ 11 ວັນ ແລະ ອັດລົງໃນຕອນເຊົ້າວັນທີ 15 ມີນາ. 
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top