• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເຈົ້າໜ້າທີ່ເສດຖະກິດຂັ້ນສູງອາຊຽນ - SEOM

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ວົງແຄບ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຄັ້ງທີ 26 ໄດ້ດຳເນີນຢູ່ດ່ານັ້ງ, ໃນລະຫວ່າງວັນທີ 08 – 11 ມີນາ.

(ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ)

ຕອນເຊົ້າວັນທີ 08 ມີນາ, ກອງປະຊຸມເຈົ້າໜ້າທີ່ເສດຖະກິດຂັ້ນສູງອາຊຽນ - SEOM ກະກຽມໃຫ້ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ວົງແຄບຄັ້ງທີ 26 ໄຂຂຶ້ນພາຍໃຕ້ການເປັນປະທານຂອງປະເທດເຈົ້າພາບຫວຽດນາມ.

          ກອງປະຊຸມກະກຽມນີ້ໄດ້ປຶກສາຫາລືຫຼາຍເນື້ອໃນສຳຄັນ, ຄາດວ່າຈະໄດ້ກວດກາ, ຮັບຮອງເອົາ ແລະ ສືບຕໍ່ຜັນຂະຫຍາຍໃນປີອາຊຽນ 2020, ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ.

          ຈຸດພົ້ນເດັ່ນຂອງກອງປະຊຸມ SEOM ກະກຽມແມ່ນ 13 ບຸລິມະສິດໂດຍຫວຽດນາມ ສະເໜີໃນປີຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ 2020 ຈະໄດ້ຍົກອອກມາເພື່ອປຶກສາຫາລືຢູ່ AEM ວົງແຄບ 26 ກ່ອນທີ່ເປັນເອກະພາບບັນດາເນື້ອໃນຈຸດສຸມທີ່ຈະປະຕິບັດໃນປີນີ້. ບັນດາບຸລິມະສິດດັ່ງກ່າວ ບົນພື້ນຖານແມ່ນອີງໃສ່ 3 ການກຳນົດທິດຕົ້ນຕໍຄື: ຊຸກຍູ້ການຮ່ວມສຳພັນ ແລະ ເຊື່ອມຕໍ່ເສດຖະກິດພາກພື້ນພາຍໃນກຸ່ມອາຊຽນ; ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ; ຍົກສູງກຳລັງຮັບມື ແລະ ປະສິດທິຜົນການເຄື່ອນໄຫວຂອງອາຊຽນ.

          ໝາກຜົນການປຶກສາຫາລືທີ່ກອງປະຊຸມ SEOM ຄັ້ງນີ້ຈະໄດ້ລາຍງານຕໍ່ບັນດາລັດຖະມົນຕີທີ່ກອງປະຊຸມລັດຖະມົນຕີເສດຖະກິດ ວົງແຄບຄັ້ງທີ 26, ໃນວັນທີ 10 ມີນາ, ເຊິ່ງຈະຈັດຂຶ້ນຢູ່ດ່ານັ້ງ.

 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top