• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມອະນຸກຳມະການບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

      ວັນທີ 19 ມີນາ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຫງວຽນຝູຈ້ອງ, ຫົວໜ້າອະນຸກຳມະການບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ເປັນປະທານກອງປະຊຸມອະນຸກຳມະການ.
ປະຊຸມອະນຸກຳມະການບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ
      ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງເນັ້ນໜັກວ່າ: ກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 12 (ຄາດວ່າຈະຈັດຂຶ້ນໃນເດືອນພຶດສະພາ 2020) ຈະປຶກສາຫາລືກ່ຽວກັບທິດທາງວຽກງານບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ນີ້ແມ່ນໜຶ່ງໃນສອງເນື້ອໃນສຳຄັນທີ່ສຸດໃນກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງ. ປັດຈຸບັນ, ບັນດາອົງຄະນະພັກຂຶ້ນກັບສູນກາງພັກພວມຊີ້ນຳເພື່ອດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ.
        ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ອະນຸກຳມະການບຸກຄະລາກອນ, ກົມການເມືອງ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຈະສຸມກຳລັງເຫື່ອແຮງຫລາຍກ່ວາອີກໃຫ້ແກ່ການສ້າງທິດທາງວຽກງານບຸກຄະລາກອນແລະເລື່ອງເລືອກເຟັ້ນບຸກຄະລາກອນເຂົ້າຮ່ວມໃນຄະນະບໍລິຫານງານສູນກາງພັກຊຸດທີ 13. ວຽກງານບຸກຄະລາກອນຢູ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາຕ້ອງໄດ້ປະຕິບັດຕາມຂັ້ນຕອນຢ່າງແໜ້ນແຟ້ນ, ມີວິທະຍາສາດແລະສະເໝີຕົ້ນສະເໝີປາຍ, ຮັບປະກັນປະຊາທິປະໄຕ, ຍຸຕິທຳຢ່າງແທ້ຈິງ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top