
(ພາບປະກອບ: TTXVN)
ຜ່ານ 3 ວາລະປຶກສາຫາລື, ບັນດານັກຮຽນຮູ້ ອິນເດຍ ແລະ ຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ຕໍ່ຄວາມສໍາຄັນຂອງທະເລຕາເວັນອອກ ສໍາລັບການຄ້າ ແລະ ການເດີນເຮືອສາກົນ, ໂດຍ 9 ໃນຈໍານວນ 10 ທ່າຂົນສົ່ງຕູ້ container ທີ່ຄັບຄາໜາແໜ້ນທີ່ສຸດໃນໂລກ ກໍນອນໃນເຂດນີ້ ແລະ ປະລິມານສິນຄ້າທີ່ຂົນສົ່ງຜ່ານເຂດດັ່ງກ່າວໃນແຕ່ລະປີ ມີມູນຄ່າປະມານ 5.000 ຕື້ USD. ດັ່ງນັ້ນ, ທະເລຕາເວັນອອກບໍ່ພຽງແຕ່ກ່ຽວພັນເຖິງພາກພື້ນອາຊີຕາເວັນອອກເທ່ົານັ້ນ ຫາກຍັງມີສ່ວນກ່ຽວພັນເຖິງຜົນປະໂຫຍດ ແລະ ຄວາມສົນໃຈຂອງທົ່ວໂລກ, ໃນນັ້ນ ມີຜົນປະໂຫຍດຂອງ ອິນເດຍ. ບັນດາການຜັນແປຢູ່ທະເລຕາເວັນອອກ ໄດ້ສົ່ງຜົນສະທ້ອນໂດຍກົງເຖິງການຄ້າ ແລະ ຜົນປະໂຫຍດທາງດ້ານເສດຖະກິດຂອງ ອິນເດຍ.
ຕາມບັນດານັກຮຽນຮູ້ແລ້ວ, ເລື່ອງ ຈີນ ນໍາກໍ່າປັ່ນສໍາຫຼວດ ໄຮ້ຢາງ 8 ແລະ ມີກໍ່າປັ່ນປ້ອງກັນປະກອບອາວຸດຫຼາຍລໍາໄປລະເມີດເຂດເສດຖະກິດຈໍາເພາະຂອງ ຫວຽດນາມ ຢູ່ອ້ອມເຂດ ບ໊າຍຕືຈິ໊ງ ໃນຫຼາຍເດືອນຜ່ານມາ ໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ກໍ່ຄວາມຂາດສະຖຽນລະພາບໃນພາກພື້ນ, ກໍ່ຄວາມວິຕົກກັງວົນສໍາລັບປະຊາຄົມສາກົນ.ກໍທີ່ກອງປະຊຸມສໍາມະນາດັ່ງກ່າວ, ບັນດານັກຮຽນຮູ້ໄດ້ຢັ້ງຢືນວ່່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982) ແມ່ນເອກະສານທີ່ມີລັກສະນະນິຕິກໍາ ເໝືອນດັ່ງ ລັດຖະທໍາມະນູນກ່ຽວກັບທະເລ. ບັນດານັກຮຽນຮູ້ກໍຮຽກຮ້ອງໃຫ້ບັນດາປະເທດກ່ຽວຂ້ອງ ຈົ່ງຮັບຮອງເອົາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສອດຄ່ອງກັບມາດຕະຖານ ແລະ ກົດໝາຍສາກົນ ເພື່ອແນໃສ່ນໍາມາເຊ່ິງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ໂດຍໄວ.
(ແຫຼ່ງຄັດຈາກ VOV)