• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາອອນລາຍກ່ຽວກັບສະພາບການທະເລຕາເວັນອອກ

      ວັນທີ 20 ມິຖຸນາ, ສະຖາບັນຝ່າຍຕາເວັນອອກວິທະຍາ - ສະຖາບັນບັນດິດວິທະຍາສາດລັດເຊຍ ໄດ້ຈັດກອງປະຊຸມສຳມະນາອອນລາຍກ່ຽວກັບສະພາບການຢູ່ທະເລຕາເວັນອອກໃນປັດຈຸບັນ ເຊິ່ງມີການເຂົ້າຮ່ວມຂອງນັກຮຽນຮູ້ຫຼາຍຄົນ ທີ່ມາຈາກບັນດາໂຮງຮຽນ, ສະຖາບັນຄົ້ນຄວ້າຂອງລັດເຊຍ.

ກອງປະຊຸມສຳມະນາອອນລາຍກ່ຽວກັບສະພາບການທະເລຕາເວັນອອກມີການເຂົ້າຮ່ວມຂອງນັກຮຽນຮູ້ຫຼາຍຄົນ ທີ່ມາຈາກບັນດາໂຮງຮຽນ, ສະຖາບັນຄົ້ນຄວ້າຂອງລັດເຊຍ. (ພາບ: VOV)
      ກອງປະຊຸມໄດ້ເຕື້ອງເຖິງບັນດາແງ່ມູມທີ່ແຕກຕ່າງກັນໃນບັນຫາທະເລຕາເວັນອອກ, ສະພາບການຢູ່ພາກພື້ນອາຊີ - ປາຊີຟິກເວົ້າລວມ ແລະ ພາກພື້ນອາຊີຕາເວັນອອກເວົ້າສະເພາະ.
ກອງປະຊຸມສໍາມະນາຖືວ່າ ນະໂຍບາຍຂອງ ຈີນ ໃນພາກພື້ນ ແມ່ນຢາກຄວບຄຸມແຫຼ່ງຊັບພະຍາກອນທຳມະຊາດຢູ່ທະເລຕາເວັນອອກ ເພື່ອຕອບສະໜອງຄວາມຕ້ອງການດ້ານພະລັງງານຢູ່ພາຍໃນປະເທດ, ຊ້ຳບໍ່ໜຳ ພ້ອມແລ້ວທີ່ຈະລະເມີດສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງບັນດາປະເທດບ້ານໃກ້ເຮືອນຄຽງ.
          ກ່ຽວຂ້ອງເຖິງທັດສະນະຂອງຫວຽດນາມກ່ຽວກັບບັນຫານີ້, ກອງປະຊຸມສຳມະນາ ໄດ້ເນັ້ນໜັກເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນແກ້ໄຂການຂັດແຍ່ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ. ນອກຈາກນັ້ນ, ດ້ວຍນະໂຍບາຍການຕ່າງປະເທດຫຼາຍຝ່າຍ, ຫວຽດນາມ ຖືເປັນສຳຄັນການຮ່ວມມືກັບບັນດາຄູ່ຮ່ວມມື ອາຊີ ແລະ ບັນດາຄູ່ຮ່ວມມືອື່ນໆໃນໂລກຄື : ອິນເດຍ, ອົດສະຕາລີ, ຍີ່ປຸ່ນ ແລະ ລັດເຊຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top