• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສາກົນ “ຮ່ວມມືຫວຽດນາມ - ກໍາປູເຈຍ - ລາວ ໃນສະພາບການໃໝ່”

      ກອງປະຊຸມສາກົນປະຈໍາປີ ຄັ້ງທີ 7 ກ່ຽວກັບວິທະຍາສາດສັງຄົມຂອງສາມປະເທດ ອິນດູຈີນ ດ້ວຍຫົວຂໍ້ວ່າ ການຮ່ວມມືຫວຽດນາມ - ກໍາປູເຈຍ - ລາວ ໃນສະພາບການໃໝ່ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15 ຕຸລາ ຢູ່ນະຄອນ ຮ້າລອງ, ແຂວງກວາງນິງ ຂອງຫວຽດນາມ.
            ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ຕີລາຄາການພັດທະນາເສດຖະກິດ, ສັງຄົມ ພິເສດແມ່ນຮັບຮູ້ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງສະພາບການໃໝ່ຢູ່ໃນໂລກ ແລະ ຢູ່ 03 ປະເທດ ຈະສົ່ງຜົນກະທົບແນວໃດເຖິງການພັດທະນາເສດຖະກິດຂອງແຕ່ລະປະເທດ. ທ່ານສາດສະດາຈານ, ປອ. ຫງວຽນຊວນທັ໊ງ, ເລຂາສູງການພັກ, ປະທານສະພາທິດສະດີສູນກາງ, ຜູ້ອໍານວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ເນັ້ນໜັກວ່າ:
        “ຂ້າພະເຈົ້າມີຄວາມປາດຖະໜາວ່າ ສາມສະຖາບັນດິດ, ວິທະຍາສາດສັງຄົມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສ້າງກອບການຮ່ວມມືໃໝ່ໃຫ້ສົມບູນແບບ, ຮັກສາກົນໄກ ແລກປ່ຽນປະຈໍາປີ. ເສີມຂະຫຍາຍທ່າແຮງ, ຍົກລະດັບການຮ່ວມມື, ຢືນຢັນຄວາມສໍາຄັນຂອງວິທະຍາສາດສັງຄົມໃນການໃຫ້ຄໍາປຶກສາກ່ຽວກັບນະໂຍບາຍໃຫ້ແກ່ພັກ ແລະ ລັດຖະບານສາມປະເທດ. ພ້ອມທັງວາງອອກບັນດາມາດຕະການ, ນະໂຍບາຍ ຊຸກຍູ້ການຮ່ວມມືລະຫວ່າງສາມປະເທດໃຫ້ມີປະສິດທິຜົນ, ພັດທະນາຢ່າງຈະເລີນງອກງາມ ໃນພາກພື້ນ ແລະ ໃນໂລກ”.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top